ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຮັບການຊ່ວຍເຫຼືອ ອຸປະກອນການແພດ
ຕ້ານໂຄວິດ-19 ຈາກກອງບັນຊາການທະຫານນະຄອນຫຼວງ ຮ່າໂນ້ຍ ສສ ຫວຽດນາມ

     ໃນຕອນເຊົ້າຂອງວັນທີ 27 ພຶດສະພາ 2021 ນີ້, ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຮັບການຊ່ວຍເຫຼືອອຸປະກອນການແພດ ຈາກກອງ
ບັນຊາການທະຫານນະຄອນຫຼວງ ຮ່າໂນ້ຍ ສສ ຫວຽດນາມ, ພິທີມອບ-ຮັບເຄື່ອງດັ່ງກ່າວແມ່ນໄດ້ຈັດຂຶ້ນຢູ່ທີ່ດ່ານສາກົນເກົາແຈວ ສສ ຫວຽດ ນາມ, ເຊິ່ງ
ຕາງໜ້າກ່າວມອບໂດຍສະຫາຍ ພັນເອກ ວູດິງຮືງ ຮອງຫົວໜ້າກົມພະລາທິການ ກອງບັນຊາການທະຫານນະຄອນຫຼວງ ຮ່າໂນ້ຍ ແລະ ກ່າວຮັບໂດຍ ສະ
ຫາຍ ພັນເອກ ບຸນເຈີ ຄຳມະວົງ ຮອງຫົວໜ້າກອງບັນຊາການ, ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ມີພະນັກງານ ທີ່
ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

     ເຄື່ອງທີ່ນຳມາຊ່ວຍເຫຼືອໃນຄັ້ງນີ້ປະກອບມີ ຜ້າປິດປາກ ຈຳນວນ 50 ພັນແຜ່ນ, ເຈວລ້າງມື 1000 ກ່ອງ ແລະ ເຄື່ອງວັດແທກອຸນຫະພູມ 50 ອັນ,
ການປະກອບສ່ວນຊ່ວຍເຫຼືອໃນຄັ້ງນີ້ ຈຸດປະສົງກໍ່ເພື່ອແນໃສ່ຮ່ວມແຮງຮ່ວມໃຈໃນການຕ້ານ-ສະກັດກັ້ນ ແລະ ຄວບຄຸບການແຜ່ລະບາດຂອງພະຍາດໂຄ
ວິດ-19, ພ້ອມກັນນັ້ນໃນໂອກາດດັ່ງກ່າວສະຫາຍ ພັນເອກ ບຸນເຈີ ຄຳມະວົງ, ກໍ່ໄດ້ກ່າວສະແດງຄວາມຂອບໃຈມາຍັງສະຫາຍ ພັນເອກ ວູດິງຮືງ ພ້ອມ
ດ້ວຍຄະນະ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນ ແລະ ຄວາມສາມັກຄີ ອັນສະໜິດແໜ້ນແບບພິເສດລະຫວ່າງ ສອງພັກ-ສອງລັດ, ສອງກອງທັບ ລາວ-
ຫວຽດນາມ ໂດຍສະເພາະກອງບັນຊາການທະຫານນະຄອນຫຼວງວຽງຈັນ ແລະ ກອງບັນຊາການທະຫານນະຄອນຫຼວງ ຮ່າໂນ້ຍ ສສ ຫວຽດນາມ, ທີ່ໄດ້
ໃຫ້ການອູ້ມຊູຊ່ວຍເຫຼືອຕະຫຼອດມາ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາເຄື່ອງຈຳນວນດັ່ງກ່າວນີ້ ນຳໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກ
ງານໃຫ້ຖືກຕ້ອງ ແລະ ເປັນປະໂຫຍດສູງສຸດ ໂດຍສະເພາະແມ່ນໝູນໃຊ້ເຂົ້າໃນວຽກງານການຕ້ານ-ສະກັດກັ້ນ ແລະ ຄວບຄຸບການແຜ່ລະບາດຂອງພະຍາດ
ໂຄວິດ-19 ໃຫ້ມີຄວາມຮັບປະກັນ 100%.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 31/05/2021