ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປປ ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 3 ກໍລະນີ

     ວັນທີ 30 ພຶດສະພາ 2021ນີ້, ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານ ຮສ
ດຣ ນາງ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການ
ແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ: ໃນວັນທີ 29 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1,928 ຕົວຢ່າງ, ໃນນັ້ນ ກວດ
ພົບຜູ້ຕິດເຊື້ອໃໝ່ 3 ກໍລະນີ ຈາກນະຄອນຫຼວງວຽງຈັນ. ເຮັດໃຫ້ ສປປ ລາວ ມີຜູ້ຕິດເຊື້ອສະສົມ ທັງໝົດ 1,911 ຄົນ ແລະ ເສຍຊິວິດສະສົມທັງໝົດ 3
ຄົນ ຜູ້ຕິດເຊື້ອທີ 1 ເປັນຜູ້ສຳຜັດໃກ້ຊິດກັບກັບ ກຸ່ມຕິດເຊື້ອ ຈາກ ກະຊວງໂຍທາທິການ ແລະ ຂົນສົ່ງ, ຜູ້ຕິດເຊື້ອທີ 2 ແມ່ນ ຈາກບ້ານຕານມີໄຊ ຫໍພັກ
ອາຈານ ມຊ ຜູ້ຕິດເຊື້ອທີ 3 ແມ່ນ ຢູ່ບ້ານໂພນປາເປົ້າ ເຊິງທາງທີມແພດນະຄອນຫຼວງກໍາລັງຕິດຕາມ. ມາຮອດວັນທີ 29 ພຶດສະພາ 2021 ມີຜູ້ເດີນທາງ
ເຂົ້າ ສປປ ລາວ ທັງໝົດ 1,486 ຄົນ, ເຂົ້າສະໜາມບິນວັດໄຕ 233 ຄົນ, ມີແຮງງານລາວ ເຂົ້າມາ 109 ຄົນ ເຫຼືອນັ້ນ ແມ່ນ ພະນັກງານຂັບລົດ ແລະ ຜູ້
ຕິດຕາມທົ່ວປະເທດມີສູນຈໍາກັດບໍລິເວນຮອງຮັບຜູ້ເດີນທາງເຂົ້າມາ ສປປ ລາວ ທີ່ເປີດນຳໃຊ້ຢູ່ທັງໝົດ 48 ສູນ, ມີຜູ້ຈໍາກັດບໍລິເວນທັງໝົດ 2,974 ຄົນ.
ໃນວັນທີ 29 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1,928 ຕົວຢ່າງ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 3 ຄົນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 31/05/2021