ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ການເມືອງກອງທັບ ສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ 6 ເດືອນຕົ້ນປີ 2020


ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ກອງປະຊຸມສະຫຼຸບຖອດຖອນບົດຮຽນການເຄື່ອນໄຫວວຽກງານຮອບດ້ານໄລຍະ 6 ເດືອນຕົ້ນ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2020 ຂອງກົມໃຫຍ່
ການເມືອງກອງທັບ ໄດ້ຈັດຂຶ້ນໃນວັນທີ 30 ກໍລະກົດ 2020 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກໍາມະການສູນກາງພັກ, ຮອງລັດຖະ
ມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາບັນດາກົມ, ຫ້ອງການ, ກອງ ແລະ ພະນັກງານຫຼັກແຫຼ່ງທົ່ວກົມໃຫຍ່ການ
ເມືອງກອງທັບເຂົ້າຮ່ວມ.

     ສະຫາຍ ພັນເອກ ສົມພົງ ແພງປັນຍາ ຫົວໜ້າ ຫ້ອງການກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານຮອບດ້ານໄລຍະ 6 ເດືອນ
ຕົ້ນປີຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວ 6 ເດືອນທ້າຍປີ 2020, ໃນໄລຍະຜ່ານມາ ຄະນະພັກອົງການກົມໃຫຍ່ການເມືອງກອງທັບ ໄດ້ເຮັດສໍາເລັດຫນ້າ
ທີ່ການເມືອງຂອງຕົນ ໃນການເສີມຂະຫຍາຍບົດບາດເປັນເສນາທິການດ້ານວຽກງານພັກ-ວຽກງານການເມືອງ ໃຫ້ແກ່ ກະຊວງປ້ອງກັນປະເທດ ໄດ້ເປັນຢ່າງດີ, ພ້ອມທັງ
ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາບັນດາກົມກອງພ້ອມ​ກັນຂຶ້ນກັບຈັດຕັ້ງປະຕິບັດຂົງເຂດວຽກງານຕາມພາລະບົດບາດຂອງແຕ່ລະກົມກອງຍາດໄດ້ຜົນສໍາເລັດ ທີີ່ເປັນພື້ນຖານ
ຫຼາຍດ້ານ, ໃນນີ້, ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຕິດຕາມຊຸກຍູ້ວຽກງານຫັນລົງກໍ່ສ້າງຮາກຖານການເມືອງໂດຍສຸມໃສ່ການສ້າງບ້ານພັດທະນາ
ຕິດພັນກັບການສ້າງທ່າສະໜາມ 3 ຂັ້ນ ເພື່ອເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ ແລະ ໄດ້ປະກາດບ້ານປ້ອງກັນຊາດເຂັ້ມແຂງ ຢູ່ນະຄອນຫຼວງວຽງຈັນຈໍາ
ນວນ 5 ບ້ານ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້​ແກ່ພະນັກງານ-ນັກຮົບໃນທົ່ວກອງທັບ ມີຄຸນທາດການເມືອງ ໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ,
ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ​ເຊິ່ງ​ໄດ້ກະກຽມເນື້ອໃນຮອບດ້ານໃຫ້ແກ່ການດຳເນີນ ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ, ຕີລາ
ຄາເພື່ອຢັ້ງຢືນກົມກອງປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ບັນດາກົມກອງໃນກຳລັງຫຼວງ, ກຳລັງທ້ອງຖິ່ນໄດ້ 878 ໜ່ວຍພັກ, ຕິດຕາມການດຳເນີນກອງປະຊຸມໃຫຍ່ຂອງ
ພັກສໍາເລັດ 12 ຄະນະພັກ, ນໍາສະເໜີອອກບັດໃຫ້ສະມາຊິກພັກສົມບູນ 1.008 ສະຫາຍ, ອະນຸມັດ ແຕ່ງຕັ້ງ-ຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ 1.510 ສະຫາຍ,ເລື່ອນ
ຊັ້ນນັບແຕ່ ຮ້ອຍຕີ ເຖິງ ພັນເອກໄດ້ 6.649 ສະຫາຍ, ຍົກຂັ້ນເງິນເດືອນແຕ່ ຮ້ອຍໂທ ເຖິງ ພັນເອກ 181 ສະຫາຍ, ອະນຸມັດໃຫ້ພະນັກງານໄປຮຽນກໍ່ສ້າງ- ບໍາລຸງຢູ່ພາຍ
ໃນ ແລະ ຕ່າງປະເທດຈໍານວນ 1.354 ສະຫາຍ, ແກ້ໄຂອຸດໜູນບໍານານ139 ສະຫາຍ, ໄດ້ຕິດຕາມຊຸກຍູ້ການເຄື່ອນໄຫວວຽກງານນະໂຍບາຍ ຢູ່ບັນດາກົມກອງກໍາລັງ
ຫຼວງ-ກຳລັງທ້ອງຖິ່ນເປັນປົກກະຕິ, ດ້ານວຽກງານປະກັນສັງຄົມ ໄດ້ຮັບແບບຟອມເຮັດບັດຂຶ້ນທະບຽນໃໝ່, ຍົກຍ້າຍ, ໝົດອາຍຸລວມທັງໝົດ 20.917 ສະບັບ, ໄດ້ຊີ້ນໍາ
ອົງການຈັດຕັ້ງມະຫາຊົນຊາວໜຸ່ມ, ແມ່ຍິງ ແລະ ກຳມະບານອໍານວຍຄວາມສະດວກ ໃຫ້ເຄື່ອນໄຫວວຽກງານຕາມພາລະບົດບາດຂອງເຂົາເຈົ້າ, ກຳແໜ້ນສະພາບການ
ເຄື່ອນໄຫວ ຂອງພະນັກງານ-ນັກຮົບໃນກົມກອງ, ດໍາເນີນການສືບສວນ-ສອບສວນ ແລະ ແກ້ໄຂຄະດີທີ່ເກີດຂຶ້ນ ໃນກອງທັບ ທັງໝົດ 86 ເລື່ອງ, ແກ້ໄຂແລ້ວ 35 ເລື່ອງ,
ພວມສືບຕໍ່ດໍາເນີນ 51 ເລື່ອງ, ຕິດຕາມຊຸກຍູ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງ ປະຊຸມໃຫຍ່
ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ບັນດາຂໍ້ກຳນົດ ແລະ ຄໍາສັ່ງແນະນໍາຕ່າງໆ ເປັນປົກກະຕິ, ໄດ້ຈັດຕັ້ງປາຖະກະຖາເລົ່າມູນເຊື້ອເນື່ອງໃນໂອກາດວັນສໍາ
ຄັນຕ່າງໆຂອງຊາດ, ຂອງພັກ, ຂອງ ກອງທັບ ແລະ ຂອງສາກົນ. ນອກຈາກນີ້, ກໍຍັງໄດ້ເອົາໃຈໃສ່ຊີ້ນໍາ- ນໍາພາຂົງເຂດວຽກງານອື່ນໆ ທີ່ປິ່ນອ້ອມໜ້າທີ່ການເມືອງຂອງກົມ
ໃຫຍ່ການເມືອງກອງທັບ ໄດ້ຮັບຜົນສໍາເລັດເປັນຢ່າງດີ.

     ໂອກາດນີ້, ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ໄດ້ເປັນກຽດໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ຍາດມາໄດ້ໃນໄລຍະ 6 ເດືອນຜ່ານມາ,
ພ້ອມທັງໄດ້ຮຽກຮ້ອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນຕະຫຼອດຮອດພະນັກງານ-ນັກຮົບທົ່ວກົມໃຫຍ່ການເມືອງກອງທັບ ຈົ່ງສືບຕໍ່ຄົ້ນຄວ້າເຊື່ອມຊຶມກຳ ແໜ້ນແນວທາງ
ນະໂຍບາຍຂອງພັກ, ຂໍ້ກຳນົດກົດລະບຽບຂອງກອງທັບ, ໜ້າທີ່ການເມືອງຂອງແຕ່ລະກົມກອງ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ທົ່ວເຖິງທຸກເປົ້າໝາຍ,ເພີ່ມ
ທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາຕິດພັນກັບການປະຕິບັດຫຼັກການນໍາພາຂອງພັກບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ​ເຮັດ​ວຽກເປັນໝູ່ຄະນະ​ແບ່ງ
​ວຽກຕ່າງ​ຄົນ​ຕ່າງ​ຮັບ​ຜິດ​ຊອບ, ສືບຕໍ່ປັບປຸງກໍ່ສ້າງກົມໃຫຍ່ການເມືອງກອງທັບ ໃຫ້ໜັກແໜ້ນ ເຂັ້ມແຂງ ໃນທຸກດ້ານ, ຊີ້ນໍາການດໍາເນີນກອງປະຊຸມພາຍໃນ ກົມໃຫຍ່
ການເມືອງກອງທັບ ແລະ ກອງປະຊຸມທີ່ກ່ຽວຂ້ອງໃຫ້ສໍາເລັດ, ປັບປຸງນິຕິກຳທີ່ກ່ຽວກັບການຄຸ້ມຄອງພະນັກງານບໍານານ-ພະນັກງານເສຍອົງຄະໃຫ້ສອດຄ່ອງ, ພ້ອມກັນ
ນັ້ນ, ກໍຕ້ອງເອົາໃຈໃສ່ປັບປຸງກໍ່ສ້າງພັກ-ພະນັກງານທັງ 4 ດ້ານບົນພື້ນຖານປະຕິບັດຕາມ 5 ຫຼັກການ 3 ທິດນໍາຂອງພັກ ແລະ ສືບຕໍ່ປະຕິບັດແນວທາງການຕ່າງປະເທດ
ຂອງພັກ ໂດຍສະເພາະກັບບັນດາປະເທດເພື່ອນມິດຍຸດທະສາດ ໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກເຮົາ.