ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບໂຄງການກໍ່ສ້າງເຂດເຕັກນິກກອງ “ ຂ 11 ”


     ​ກົມໃຫຍ່ເຕັກນິກກອງທັບໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງເຂດເຕັກນິກຂອງກອງ “ຂ 11” ໃນວັນທີ 23 ສິງຫາ ນີ້, ໂດຍການເຂົ້າຮ່ວມເປັນປະ ທານຂອງ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຄະນະປະຈຳພັກກະຊວງປ້ອງກັນປະເທດ ຫົວຫນ້າກົມໃຫຍ່ເຕັກນິກກອງທັບ, ມີ ພັນເອກ ວຽງສະຫວັນ
ລາດສະເພົາ ຮອງຫົວຫນ້າກົມໃຫຍ່ເຕັກນິກກອງທັບ ທັງເປັນປະທານຄະນະຊີ້ນຳໂຄງການກໍ່ສ້າງ ແລະຄະນະພັກ-ຄະນະບັນຊາກົມກອງເຂົ້າຮ່ວມ.


ພົນຕີແອສະໄໝເລືອງວັນໄຊ ເປັນປະທານມອບ-ຮັບໂຄງການກໍ່ສ້າງເຂດເຕັກນິກກອງ “ ຂ 11 ”

                                             

     ພັນເອກ ທອງພັນ ສຸທຳມະວົງ ຫົວຫນ້າກົມເສນາ-ເຕັກນິກກົມໃຫຍ່ເຕັກນິກກອງທັບ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງເຂດເຕັກນິກກອງ
“ຂ11” ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 20 ພຶດສະພາ 2015 ເປັນຕົ້ນມາ ໂດຍມອບໃຫ້ກົມກອງເປັນຜູ້ຮັບຜິດຊອບຮັບເໝົາແຮງງານ ແລະກົມ
ໃຫຍ່ເຕັກນິກເປັນຜູ້ສະຫນອງວັດຖຸກໍ່ສ້າງໃຫ້ ເຊິ່ງໂຄງການໄດ້ແບ່ງເປັນ 2 ໄລຍະຄື: ໄລຍະທີ 1 ແມ່ນກໍ່ສ້າງກຳແພງອ້ອມເຂດເຕັກນິກ ມີຄວາມຍາວ ທັງໝົດ 1.600 ແມັດ, ກໍ່ສ້າງເຮືອນຄຸ້ມຄອງເຂດເຕັກນິກຂະຫນາດ 8x12 ແມັດ ຈຳນວນ 1ຫລັງ, ຈັດຊື້ເຄື່ອງມືຮັບປະກັນໃຫ້ແກ່ການສ້ອມແປງ
ຈຳນວນຫນຶ່ງ ໄລຍະທີ 2 ແມ່ນກໍ່ສ້າງອູ່ສ້ອມແປງຂະຫນາດ 8,5x22 ແມັດ ຈຳນວນ 1 ຫລັງ ພ້ອມອຸປະກອນສ້ອມແປງຈຳນວນຫນຶ່ງ, ກໍ່ສ້າງບ່ອນ
ລ້າງອັດສີດລົດ 1 ຈຸດ ພ້ອມອຸປະກອນລ້າງລົດຈຳນວນຫນຶ່ງ ລວມມູນຄ່າທັງໝົດສອງຕື້ກວ່າກີບ. ນອກນັ້ນ ຄະນະພັກ-ຄະນະບັນຊາກອງ “ຂ11” ກໍ
ໄດ້ເອົາໃຈໃສ່ຊີ້ນຳພະນັກງານນັກຮົບປະຕິບັດບັນດາຫນ້າວຽກທີ່ຕົນຮັບຜິດຊອບ ເຮັດໃຫ້ຖືກຕ້ອງຕາມການອອກແບບເຕັກນິກທີ່ໄດ້ກຳນົດ ແລະສຳ
ເລັດຕາມກຳນົດເວລາໃນສັນຍາ.

     ໂອກາດນີ້ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການກໍ່ສ້າງເຂດເຕັກນິກຂອງກອງ “ຂ 11”
ໃນຄັ້ງນີ້ ພ້ອມທັງເນັ້ນຫນັກໃຫ້ເອົາໃຈໃສ່ປົກປັກຮັກສາວັດຖຸອຸປະກອນທີ່ໄດ້ປະກອບໃຫ້, ນຳໃຊ້ໃຫ້ຖືກເປົ້າໝາຍ ແລະມີປະສິດທິຜົນດີ.
ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012