ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວິທະຍາຄານກົມມະດຳສຳເລັດການກໍ່ສ້າງນາຍທະຫານວິຊາສະເພາະຫຼາຍຂະແໜງ


     ​ພິທີປິດຊຸດຮຽນ ແລະມອບໃບປະກາຊະນິຍະບັດໃຫ້ນັກສຶກສານາຍທະຫານທຸກລະບົບປະຈຳສົກຮຽນ 2015-2016 ທົ່ວວິທະຍາຄານກົມມະດຳໄດ້
ຈັດຂຶ້ນໃນວັນທີ 26 ສິງຫານີ້, ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານ ພົນຈັດຕະວາ ປະສິດ ທ່ຽງທຳ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວ
ຫນ້າກົມໃຫຍ່ເສນາທິການກອງທັບ ເຊິ່ງມີຄະນະພັກ-ຄະນະອຳນວຍການຜູ້ຕາງຫນ້າບັນດາກົມໃຫຍ່ກົມນ້ອຍ, ວິທະຍາຄານ, ໂຮງຮຽນ-ໂຮງຫມໍອ້ອມ
ຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ.


ພົນຈັດຕະວາປະສິດ ທ່ຽງທຳ ເປັນປະທານພິທີປິດຊຸດຮຽນແລະມອບໃບປະກາຊະນິຍະບັດ
ໃຫ້ນັກສຶກສານາຍທະຫານທຸກລະບົບປະຈຳສົກຮຽນ 2015-2016 ທົ່ວວິທະຍາຄານກົມມະດຳ

                                             

     ພັນໂທ ບົວໄລ ສິລັກສາ ຮອງຫົວໜ້າຫ້ອງອົບຮົມກໍ່ສ້າງວິທະຍາຄານກົມມະດຳ ໄດ້ຊີ້ໃຫ້ເຫັນເຖິງຜົນ ສຳເລັດການກໍ່ສ້າງຊັບພະຍາກອນປ້ອງກັນຊາດ
ສະໜອງໃຫ້ແກ່ບັນດາກົມກອງກຳລັງຫລວງ ແລະກຳລັງທ້ອງຖິ່ນປະຈຳສົກຮຽນດັ່ງກ່າວ ແມ່ນໄດ້ດຳເນີນໄປຢ່າງຖືກຕ້ອງຄົບຖ້ວນຕາມໂຄງການຫລັກສູດ
ການຮຽນການສອນທີ່ໄດ້ກຳນົດໄວ້ເຮັດໃຫ້ການອົບຮົມກໍ່ສ້າງນາຍທະຫານທຸກລະບົບບັນລຸຄາດຫມາຍ ແລະຄູນະພາບສູງ ໃນນີ້ນັກສຶກສາກໍ່ສ້າງວຸດທິປະ
ລິນຍາຕີລະບົບ 4 ປີມີ 10 ເຫລົ່າຮົບຄື: ເຫລົ່າຮົບທະຫານຮາບ ຈຳນວນ 39 ສະຫາຍ, ບັນລຸຄາດຫມາຍລວມໄດ້ 100%, ໃນນີ້ໄດ້ຄະແນນເກດ B 6 ສະຫາຍ ເທົ່າກັບ 15,39%, ຄະແນນເກດ C+ 33 ສະຫາຍເທົ່າກັບ 84,61%, ເຫລົ່າການເມືອງ ຈຳນວນ 40 ສະຫາຍ ບັນລຸຄາດຫມາຍລວມໄດ້
100%, ໃນນີ້ໄດ້ຄະແນນເກດ B 6 ສະຫາຍ ເທົ່າກັບ 15%, ຄະແນນເກດ C+ 34 ສະຫາຍ ເທົ່າກັບ 85%, ເຫລົ່າຮົບລົດຕັງ-ຍານເກາະ 10 ສະຫາຍ ບັນລຸຄາດໝາຍລວມໄດ້ 100% ໃນນີ້ໄດ້ຄະແນນເກດ B 1 ສະຫາຍ ເທົ່າກັບ 10%, ເກດ C+ 9 ສະຫາຍ ເທົ່າກັບ 90%, ເຫລົ່າປືນໃຫຍ່ມີ 20 ສະ
ຫາຍ ບັນລຸຄາດຫມາຍລວມໄດ້ 100%, ໃນນີ້ໄດ້ເກດ B 1 ສະຫາຍ ເທົ່າກັບ 5%, ເກດ C+ 19 ສະຫາຍ ເທົ່າກັບ 95%, ເຫລົ່າປ້ອງກັນອາກາດມີ 24 ສະຫາຍ ບັນລຸຄາດຫມາຍລວມໄດ້ 100% ໃນນີ້ໄດ້ເກດ B 16 ສະຫາຍ ເທົ່າກັບ 66,67%, ເກດ C+ 8 ສະຫາຍ ເທົ່າກັບ 33,33%, ເຫຼົ່າຮົບ
ສືບຂ່າວມີ 10 ສະຫາຍ ບັນລຸຄາດຫມາຍລວມໄດ້ 100% ໃນນີ້ໄດ້ຄະ ແນນ B 3 ສະຫາຍ ເທົ່າກັບ 30%, ເກດ C+ 7 ສະຫາຍ ເທົ່າກັບ 70%, ເຫລົ່າຮົບຊ່າງແສງມີ 12 ສະຫາຍບັນລຸຄາດໝາຍລວມໄດ້ 100% ໃນນີ້ໄດ້ຄະແນນເກດ B 7 ສະຫາຍ ເທົ່າກັບ 58,33%, ເກດ C+ 5 ສະຫາຍ ເທົ່າ ກັບ 41,67%, ເຫລົ່າຮົບສື່ສານມີ 10 ສະຫາຍ ບັນລຸຄາດໝາຍລວມໄດ້ 100% ໃນນີ້ໄດ້ຄະແນນເກດ B 4 ສະຫາຍ ເທົ່າກັບ 40%, ເກດ C+ 6 ສະ
ຫາຍ ເທົ່າກັບ 60%, ເຫລົ່າຮົບຕີພິເສດມີ 12 ສະຫາຍ ບັນລຸຄາດຫມາຍລວມໄດ້ 100% ໃນນີ້ໄດ້ຄະແນນເກດ B 2 ສະຫາຍ ເທົ່າກັບ 16,67%,
ເກດ C+ 10 ສະຫາຍເທົ່າກັບ 83,33%, ເຫລົ່າຮົບເຄມີ 10 ສະຫາຍ ສອບເສັງໄດ້ເກດ C+ ເທົ່າກັບ 100%, ສຳລັບນັກຮຽນ 5 ເຫລົ່າຮົບວິຊາສະ
ເພາະລະບົບຊັ້ນຕົ້ນມີຈຳນວນ 119 ສະຫາຍ ໃນນີ້ເຫລົ່າຮົບປ້ອງກັນອາກາດມີ 28 ສະຫາຍ ສອບເສັງໄດ້ເກດ B 100%, ເຫລົ່າປືນໃຫຍ່ຫນ້າດິນມີ 25
ສະຫາຍ ບັນລຸຄາດຫມາຍລວມໄດ້ 100% ໃນນີ້ໄດ້ຄະແນນເກດ B 20 ສະຫາຍ ເທົ່າກັບ 80%, ເກດ C+ 3 ສະຫາຍ ເທົ່າກັບ 12% ແລະ ເກດ C 2 ສະຫາຍເທົ່າກັບ 8%, ເຫຼົ່າຮົບລົດຕັງ-ຍານເກາະມີ 15 ສະຫາຍ ບັນລຸຄາດໝາຍລວມ 100% ໃນນີ້ໄດ້ຄະແນນເກດ B 9 ສະຫາຍ ເທົ່າກັບ 60%, ເກດ C+ 6 ສະຫາຍ ເທົ່າກັບ 40%, ເຫລົ່າຮົບເຄມີຈຳນວນ 16 ສະຫາຍ ບັນລຸຄາດຫມາຍລວມໄດ້ 100% ໃນນີ້ໄດ້ຄະແນນເກດ B 14 ສະຫາຍ ເທົ່າກັບ 87,5%, ເກດ C+ 2 ສະຫາຍ ເທົ່າກັບ 12,5%, ເຫລົ່າຮົບແຜນທີ່ມີ 35 ສະຫາຍ ບັນລຸຄາດຫມາຍລວມໄດ້ 100% ໃນນີ້ໄດ້ຄະແນນເກດ B 24 ສະ
ຫາຍ ເທົ່າກັບ 68%, ເກດ C+ 11 ສະຫາຍ ເທົ່າກັບ 31,42%, ນັກຮຽນສ້າງຄູການທະຫານ 48 ສະຫາຍສອບເສັງບັນລຸຄາດຫມາຍລວມໄດ້ 100%
ໃນນີ້ໄດ້ເກດ B 33 ສະຫາຍ ເທົ່າກັບ 68,75%, ເກດ C+ 15 ສະຫາຍເທົ່າກັບ 31,25%.

     ທ່ານ ພົນຈັດຕະວາ ປະສິດ ທ່ຽງທຳ ໄດ້ໃຫ້ທິດຊີ້ນຳຫລາຍບັນຫາສຳຄັນເພື່ອເປັນທິດທາງ ແລະ ບ່ອນອີງໃຫ້ຄະນະພັກ-ຄະນະອຳນວຍການ ກໍຄືພະ
ນັກງານຄູ-ອາຈານຕະຫລອດຮອດນັກຮຽນ, ນັກສຶກສາ, ນາຍທະຫານ ແຕ່ລະບົບ ຈົ່ງຍົກສູງຄວາມຮັບຜິດຊອບຫນ້າທີ່ການເມືອງຂອງຕົນເຂົ້າໃນການ
ກໍ່ສ້າງຊັບພະຍາກອນການປ້ອງກັນ ຊາດໃຫ້ເຕີບໃຫຍ່ເຂັ້ມແຂງ ແລະມີຄູນະພາບເລິກເຊິງ ສາມາດເປັນເສນາທິການໃຫ້ຄະນະພັກ-ຄະນະບັນຊາຂອງຕົນ,
ຄ່ຽງຄູ່ກັນນັ້ນຕ້ອງໄດ້ເອົາໃຈໃສ່ປັບປຸງຄົ້ນຄວ້າຫລັກສູດການຮຽນ-ການສອນໃຫ້ຫັນເຂົ້າສູ່ລະບົບແບບແຜນທັນສະໄໝທາງດ້ານວັດຖຸອຸປະກອນຮັບໃຊ້
ຕ້ອງມີຄວາມຮັບປະກັນ ແລະຄົບຖ້ວນ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012