ຊື່
ລະຫັດຜ່ານ
ລົງຊື່ເຂົ້າໃຊ້
ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສຳເລັດການເຝິກອົບຮົບວຽກງານກໍ່ສ້າງຮາກຖານການເມືອງ


     ​ໃນວັນທີ 27-28 ສິງຫາ 2016 ນີ້, ກົມກໍ່ສ້າງຮາກຖານກົມໃຫ່ຍການເມືອງກອງທັບ ໄດ້ສຳເລັດການເຝິກອົບຮົມວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ພະນັກງານທີ່ຮຽນຈົບຈາກວິທະຍາຄານກົມມະດຳປະຈຳປີ 2016 ແລະພະນັກງານທີ່ມາຈາກກອງປະຕິບັດງານ 208 ລວມທັງໝົດ 32 ຄົນ ໂດຍພາຍ
ໃຕ້ການເປັນປະທານຂອງ ພັນເອກ ຄຳຮັງ ໄຊມຸງຄຸນ ຮອງຫົວໜ້າກົມກໍ່ສ້າງຮາກຖານກົມໃຫ່ຍການເມືອງກອງທັບ, ມີບັນດາຄະນະກົມ, ພະແນກການຈາກ
ກົມກໍ່ສ້າງຮາກຖານ ແລະນັກເຝິກອົບຮົມເຂົ້າຮ່ວມ.


ພັນເອກຄຳຮັງໄຊມຸງຄຸນເປັນປະທານພິທີສຳເລັດການເຝິກອົບຮົມວຽກງານກໍ່ສ້າງຮາກຖານການເມືອງ

                                             

     ເນື້ອໃນເອກະສານທີ່ນຳມາເຝິກອົບຮົມໃນຄັ້ງນີ້ມີຄື: ເອກະສານຄຳສັ່ງແນະນຳເລກທີ 03/ກມສພ ແລະເອກະສານສາມສ້າງ, ເອກະສານຫຼັກການຈັດ
ຕັ້ງປະກອບກຳລັງກອງຫຼອນ, ຂໍ້ຕົກລົງລັດຖະມົນຕີກະຊວງປ້ອງກັນປະເທດສະບັບເລກທີ 2629/ກປທ ວ່າດ້ວຍການສ້າງຄອບຄົວ ແລະບ້ານປ້ອງກັນຊາດ ເຂັ້ມແຂງ, ຂໍ້ຕົກລົງກະ ຊວງພາຍໃນສະບັບເລກທີ 674/ພນ ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງອົງການບ້ານ, ເອກະສານນະໂຍບາຍຂອງ
ພັກ-ລັດຖະບານໃນການຄຸ້ມຄອງສາສະໜາ, ຊົນເຜົ່າຢູ່ ສປປ ລາວ ບາດກ້າວ-ຂັ້ນຕອນໃນການລົງກໍ່ສ້າງຮາກຖານ, ເອກະສານ 4 ເນື້ອໃນ 4 ຄາດໝາຍ
ໃນການລົງກໍ່ສ້າງຮາກຖານ, ທີ່ຕັ້ງພາລະບົດບາດ, ສິດ ແລະໜ້າທີ່ຂອງພະນັກງານກໍ່ສ້າງຮາກຖານ, ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍ
ການນຳສົ່ງພະນັກ ງານໄປລົງກໍ່ສ້າງຮາກຖານຢູ່ບັນດາກອງປະຕິບັດງານ, ທັງນີ້ກໍ່ເພື່ອເຮັດໃຫ້ພະນັກງານທີ່ລົງກໍ່ສ້າງຮາກຖານການ ເມືອງໄດ້ຮັບຮູ້ເຊື່ອມຊືມ, ເຂົ້າໃຈເຖິງພາລະບົດບາດສິດ ແລະໜ້າທີ່ຂອງວຽກງານກໍ່ສ້າງຮາກຖານການເມືອງ, ໂດຍແນໃສ່ບັນດາເນື້ອໃນ ບັນດາເອກະສານທີ່ໄດ້ເຝິກອົບຮົມ ເພື່ອ
ນຳໄປຈັດຕັ້ງປະຕິບັດ ແລະໝູນໃຊ້ເຂົ້າສູ່ວຽກງານຕົວຈິງໃຫ້ມີປະສິທິຜົນສູງສຸດ.

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012