ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ລຸລ່ວງນາຍທະຫານຂັ້ນສູງ ກຽມພັກການ​ເຂົ້າຮັບນະໂຍບາຍບໍານານ


ສະຫາຍ ພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ວັນທີ 30 ສິງຫາ 2021 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີລຸລ່ວງນາຍທະຫານຂັ້ນສູງ ກຽມພັກການເຂົ້າຮັບນະໂຍບາຍບໍານານ ຈຳນວນ 15
ສະຫາຍ ຂຶ້ນທີ່ສະໂມສອນຫ້ອງວ່າການ ກະຊວງປ້ອງກັນປະເທດ. ໃນນັ້ນ, ປະກອບມີ: ສະຫາຍ ພົນຈັດຕະວາ ສາຍສະໝອນ ສະຫຼັບແສງ ຫົວໜ້າ ກົມ
ໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບ, ສະຫາຍ ພົນຈັດຕະວາ ສົມໃຈ ເພັດທະວົງສີ ຫົວໜ້າ ກົມນ້ຳມັນເຊື້ອໄຟ ກົມໃຫຍ່ພະລາທິການ ກອງທັບ,
ສະຫາຍ ພົນຈັດຕະວາ ບົວວັນ ເພັງບຸນທັນ ອະດິດຫົວໜ້າການທະຫານ ກອງບັນຊາການທະຫານ ແຂວງ ສະຫວັນນະເຂດ, ສະຫາຍ ພັນເອກ ວົງສັກ ສຸ
ລິຍະວົງ ຮອງຫົວໜ້າ ອຳນວຍການບໍລິສັດ-ລັດ ວິສາຫະກິດ 20 ມັງກອນ ພັດທະນາ, ສະຫາຍ ພັນເອກ ພອນໄຊ ຄູນທະຈັກ ຮອງຫົວໜ້າກົມກວດກາ
ກົມໃຫຍ່ການເມືອງກອງທັບ, ສະຫາຍ ພັນເອກ ສຸບິນ ທໍ ຮອງຫົວໜ້າ ກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ, ສະຫາຍ ພັນເອກ ທົງໄຊ ບຸບຜາ
ຮອງຫົວໜ້າ ກົມຊ່າງແສງກົມໃຫຍ່ເສນາທິການກອງທັບ, ສະຫາຍ ພັນເອກ ບຸນຍົງ ໜໍ່ແກ້ວ ຮອງຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ,
ສະຫາຍ ພັນເອກ ສີສະຫວາດ ວັນເພັງ ຫົວໜ້າຫ້ອງການເມືອງຫ້ອງວ່າການ ກະຊວງປ້ອງກັນປະເທດ, ສະຫາຍ ພັນເອກ ຄຳຮຸ່ງ ຊາຍສີດາ ຫົວໜ້າການທະ
ຫານໂຮງໝໍບໍລິເວນ 106, ສະຫາຍ ພັນເອກ ຈັນທີ ລິດໄກ່ແກ້ວ ອາດິດ ຫົວໜ້າການທະຫານໂຮງ ໝໍບໍລິເວນ 109, ສະຫາຍ ພັນເອກ ກຸມພົນ ແກ້ວວົງ
ສາ ຫົວໜ້າ ຫ້ອງເຕັກນິກກອງພົນທີ 5, ສະຫາຍ ພັນເອກ ດວງສີ ພັນທະວົງ ຫົວໜ້າ ຫ້ອງການ ປກຊ-ປກສ ແຂວງບໍລິຄຳໄຊ, ສະຫາຍ ພັນເອກ ສະ
ຫວັນທອງ ພູນຊັບ ປະທານ ສະຫະພັນນັກຮົບເກົ່າ ແຂວງ ສະຫວັນນະເຂດ ແລະ ສະຫາຍ ພັນເອກ ສຸພາມິດ ບຸນລາວົງ ຮອງຫົວໜ້າ ກົມເສດຖະກິດ ຫ້ອງ
ວ່າການກະຊວງປ້ອງກັນປະເທດ.

     ໃນໂອກາດເຂົ້າຮ່ວມເປັນປະທານ ພິທີລຸລ່ວງຮັບນະໂຍບາຍບຳນານຄັ້ງນີ້, ສະຫາຍ ພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີ ກະຊວງປ້ອງກັນປະ
ເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ມີຄໍາເຫັນໂອ້ລົມ ແລະ ຊີ້ແຈງຫຼາຍບັນຫາທີ່ສຳຄັນ. ພ້ອມທັງ, ໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມ
ເຊີຍຕໍ່ບັນດາ ສະຫາຍນາຍທະຫານຂັ້ນສູງ ທີ່ໄດ້ທຸ່ມເທທຸກສະຕິປັນຍາ ປະກອບສວນເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ, ປະກອບສ່ວນ
ເຂົ້າໃນການປັບປຸງກໍ່ສ້າງກອງທັບປະຕິວັດ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ຕັ້ງໜ້າປັບປຸງກໍ່ສ້າງກົມກອງຂອງຕົນຕະຫຼອດໄລຍະຜ່ານມາ, ໃນແຕ່ລະ
ຂົງເຂດວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍ. ເປັນແບບຢ່າງໃຫ້ແກ່ພະນັກງານສືບທອດປ່ຽນແທນ, ນີ້ແມ່ນນະໂຍບາຍຂອງພັກລັດກໍຄື ກະຊວງ ປ້ອງ
ກັນປະເທດ ທີ່ມີຕໍ່ພະນັກງານ-ນັກຮົບທຸກຄົນ ເມື່ອຮອດອາຍຸກະສຽນກໍຕ້ອງມີການປະຕິບັດນະໂຍບາຍໃຫ້ຖືກຕ້ອງຕາມແນວທາງດັ່ງກ່າວ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 31/08/2021