ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຕີ ອ່ອນສີ ແສນສຸກ ເຂົ້າຮ່ວມກອງປະຊຸມ
ປຶກສາຫາລືດ້ານຄວາມໝັ້ນຄົງຊຽງຊານ ຄັ້ງທີ 8


ພົນຕີ
ອ່ອນສີ ແສນສຸກ ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານຄວາມໝັ້ນຄົງຊຽງຊານຄັ້ງທີ 8

     ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕາງໜ້າກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມປຶກສາຫາລື
ດ້ານຄວາມໝັ້ນຄົງຊຽງຊານຄັ້ງທີ 8 (8th Xiangshan Forum) ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 24-26 ຕຸລາ 2018 ທີ່ ສາທາລະນະລັດ ປະຊາ ຊົນຈີນ. ເຂົ້າຮ່ວມ
ກອງປະຊຸມດັ່ງກ່າວມີບັນດາລັດຖະມົນຕີ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມທັງນາຍທະຫານຂັ້ນສູງ ແລະ ຜູ້ຊ່ຽວຊານດ້ານຄວາມໝັ້ນຄົງຈາກຫຼາຍກວ່າ 70
ປະເທດ ແລະ ອົງການຈັດຕັ້ງສາກົນໃນພາກພື້ນ ແລະ ສາກົນເຂົ້າຮ່ວມກອງປະຊຸມດັ່ງກ່າວ ທ່ານ ສີຈິນຜິງ ປະທານປະເທດ ສປ ຈີນ ໄດ້ສົ່ງສານສະແດງຄວາມຊົມເຊີຍຕໍ່
ກອງປະຊຸມ ແລະ ທ່ານ ພົນເອກ ເຫວີ້ຍ ເຟີງເຮີ (WeiFenghe), ທີ່ປຶກສາແຫ່ງລັດ, ຄະນະກຳມະການທະຫານສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງປ້ອງກັນ
ປະເທດແຫ່ງ ສປ ຈີນ ໄດ້ອ່ານສານຊົມເຊີຍດັ່ງກ່າວຕໍ່ກອງປະຊຸມໃນວາລະເປີດພິທີທາງການ. ກອງປະຊຸມຊຽງຊານເປັນເວທີສາກົນໜຶ່ງທີ່ເປີດໂອກາດໃຫ້ຫົວໜ້າຄະນະຜູ້
ແທນປະເທດຕ່າງໆ ໄດ້ສະແດງທັດສະນະ, ຄຳຄິດຄຳເຫັນຕໍ່ບັນຫາເຄັ່ງຮ້ອນ ແລະ ໄພຂົ່ມຂູ່ດ້ານຄວາມໝັ້ນຄົງຢູ່ໃນພາກພື້ນ ແລະ ສາກົນພາຍໃຕ້ຄຳຂວັນ “ການສ້າງຄູ່
ຮ່ວມມືແບບໃໝ່ທີ່ມີຄວາມສະເໝີພາບ, ຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ ແລະ ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ” ແລະ ມີຫົວຂໍ້ຍ່ອຍເຊັ່ນ: ການຄຸ້ມ
ຄອງຮັກສາຄວາມໝັ້ນຄົງສາກົນ: ແນວຄວາມຄິດ ແລະ ມາດຕະການອັນໃໝ່; ການກໍ່ການຮ້າຍ: ໄພຂົ່ມຂູ່ ແລະ ມາດຕະການການຕ້ານການກໍ່ການຮ້າຍ; ການຮ່ວມມື
ດ້ານຄວາມໝັ້ນຄົງທາງທະເລ: ຄວາມເປັນຈິງ ແລະ ວິໄສທັດ; ການຮັກສາສັນຕິພາບສາກົນ: ສິ່ງທ້າທາຍ ແລະ ການຮ່ວມມື; ມາດຕະການໃນການສ້າງຄວາມໄວ້ເນື້ອ
ເຊື້ອໃຈໃນການຮ່ວມມືທາງດ້ານການທະຫານ ແລະ ຄວາມໝັ້ນຄົງໃນຂົງເຂດອາຊີ-ປາຊີຟິກ. ພາຍໃຕ້ຫົວຂໍ້ດັ່ງກ່າວ, ບັນຫາທີ່ຖືກຍົກຂຶ້ນມາປຶກສາຫາລືຍັງມີ: ບັນຫາ
ທະເລຈີນໃຕ້ (ຫຼື ທະເລຕາເວັນອອກ) ບັນຫາວິກິດການຢູ່ແຫຼມເກົາຫຼີ, ບັນຫາຄວາມທ້າທາຍໃໝ່ຢູ່ຂົງເຂດອິນໂດ-ປາຊີຟິກ, ການຮ່ວມມືດ້ານຄວາມໝັ້ນຄົງໃນຂົງເຂດ
ພາກພື້ນ ແລະ ບັນຫາທີ່ກ່ຽວກັບຄວາມໝັ້ນຄົງ ອື່ນໆ. ເນື່ອງໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມດັ່ງກ່າວ ທ່ານ ຮອງລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ
ລາວ ກໍໄດ້ເດີນທາງໄປຢ້ຽມຢາມຫໍວາງສະແດງສິນຄ້າຂອງບໍລິສັດໂນຣິນໂກ (NORINCO) ເພື່ອຊົມຜະລິດຕະພັນກ່ຽວກັບພາຫະນະທາງການທະຫານ ແລະ ອາວຸດຍຸດ
ທະພັນຂອງບໍລິສັດດັ່ງກ່າວຕາມແຜນ ການເຄື່ອນໄຫວຂອງປະເທດເຈົ້າພາບ.