ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໜ່ວຍສິລະປະວັນນະຄະດີສະໝັກຫຼິ້ນທະຫານແຂວງວຽງຈັນສະແດງຜ່ານລາຍການຂອງຕົນ


ໜ່ວຍສິລະປະສະໝັກຫຼິ້ນຂອງກອງບັນຊາການທະຫານແຂວງວຽງຈັນສະແດງຜ່ານລາຍການຂອງຕົນ

     ເພື່ອເປັນການທົບທວນຫວນຄືນ ແລະ ກະກຽມຄວາມພ້ອມຂອງບັນດາລາຍການສະແດງທີ່ຈະສົ່ງເຂົ້າຮ່ວມງານແຂ່ງຂັນສິລະປະວັນນະຄະດີສະໝັກຫຼິ້ນທົ່ວກອງ
ທັບ ຄັ້ງທີ V ເຂດແຂ່ງຂັນທີ III ທີ່ແຂວງວຽງຈັນເປັນເຈົ້າພາບ, ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ທີ່ຈະມາເຖິງນີ້ ແລະ ເພື່ອ
ເຮັດໃຫ້ນັກສະແດງມີຄວາມຊຳນິຊຳນານຄ່ອງແຄ້ວ,ໃນວັນທີ 29 ຕຸລາ 2018 ນີ້, ໜ່ວຍສິລະປະສະໝັກຫຼິ້ນຂອງກອງບັນຊາການທະຫານແຂວງວຽງຈັນ ກໍໄດ້ສະແດງ
ຜ່ານລາຍການຂອງຕົນ, ໂດຍການເປັນກຽດເຂົ້າຮ່ວມຮັບຊົມຂອງ ທ່ານ ບຸນສອນ ເພັດລາວັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆວຽງຈັນ, ມີທ່ານ ພົນຈັດຕະວາ
ບຸນມາ ວົງດາລາແສນ ກຳມະການພັກແຂວງ ຮອງເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງວຽງຈັນ, ມີບັນດາສະຫາຍຄະນະປະຈຳພັກແຂວງ,
ຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມຮັບຊົມ. ເຊິ່ງລາຍການທີ່ນຳມາສະແດງໃນຄັ້ງນີ້ລວມມີ 5 ລາຍການຄື: ລາຍການທີ
1 ຮ້ອງເພງລວມໝູ່ຍິງ-ຊາຍ ມີຊື່ວ່າເຕີບໃຫຍ່ໃຕ້ຮົ່ມທຸງຂອງພັກປະສານຟ້ອນໝູ່ຍິງ-ຊາຍ,ລາຍການທີ 2 ຮ້ອງເພງຄູ່ຍິງ-ຊາຍ ມີຊື່ວ່ານັດພົບ 20 ມັງກອນ, ລາຍການທີ 3
ຟ້ອນໝູ່ຍິງ-ຊາຍ ມີຊື່ວ່າຄຳ່ຄືນມະຫັດສະຈັນ, ລາຍການທີ 4 ດ່ຽວຂຸ່ຍຊາຍ ມີຊື່ວ່າສຽງຂຸ່ຍຈາກນັກຮົບ ແລະ ລາຍການທີ 5 ຮ້ອງເພງປະສານຟ້ອນລວມໝູ່ຍິງ-ຊາຍ ມີ
ຊື່ວ່າຍິນດີຕ້ອນຮັບ, ເຊິ່ງໄດ້ເຝິກຊ້ອມມາແຕ່ຕົ້ນເດືອນກໍລະກົດ 2018 ຈົນມາຮອດປັດຈຸບັນ, ຈາກນັ້ນຄະນະນຳຂອງແຂວງ ກໍໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນ
ເພື່ອດັດແປງແກ້ໄຂຈຸດຄົງຄ້າງທີ່ບໍ່ທັນເໝາະສົມ ແນໃສ່ເຮັດໃຫ້ແຕ່ລະລາຍການມີເນື້ອໃນອຸດົມສົມບູນຂຶ້ນຕື່ມອີກ.