ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າ ກົມ​ໃຫ່ຍພະລາທິການກອງທັບ ​ໂອ້​ລົມພະນັກງານ
ທີ່​ຖືກແຕ່ງຕັ້ງມາ​ຮັບໜ້າທີ່​ໃໝ່ຢູ່ ກອງບັນຊາການທະຫານອາກາດ


     ໃນໂອກາດເຂົ້າຮ່ວມເປັນປະທານພິທີປະກາດແຕ່ງຕັ້ງ ຮອງຫົວໜ້າ ຫ້ອງການ ແລະ ຫົວໜ້າ ພະແນກ ຮອງພະແນກການ ຂອງຫ້ອງພະລາທິການ ກອງບັນຊາການທະ
ຫານອາກາດ ກອງທັບປະຊາຊົນລາວ ທີ່ຈັດຂຶ້ນໃນວັນທີ 24 ຕຸລາ ນີ້, ສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ ກໍາມະການ ຄະນະປະຈຳພັກ ກະຊວງປ້ອງກັນປະເທດ, ຫົວ
ໜ້າ ກົມໃຫຍ່ພະລາທິການກອງທັບ ໄດ້ໃຫ້ກຽດໂອ້ລົມ ແລະ ຮຽກຮ້ອງໃຫ້ບັນດາ ສະຫາຍ ຜູ້ທີ່ຖືກແຕ່ງຕັ້ງ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງ
ຕົນ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານທີ່ດີ, ມີຄຸນທາດການເມືອງໜັກແໜ້ນ, ມີທັດສະນະຫຼັກໝັ້ນຊົນຊັ້ນ, ມີຄວາມຊື່ສັດ ບໍລິສຸດ, ມີສະຕິເຄົາລົບນັບ
ຖຶລະບຽບວິໄນ, ມີແບບແຜນທັດສະນະມະຫາຊົນຖືກຕ້ອງ, ຕັ້ງໜ້າປະກອບສ່ວນເຂົ້າໃນການປັບປຸງກໍາລັງໃຫ້ເຂັ້ມແຂງ, ໜັກແໜ້ນແທດເໝາະກັບສະພາບຄວາມເປັນຈິງ
ຂອງໜ້າທີ່ການເມືອງໃນໄລຍະໃໝ່, ໂດຍສະເພາະແມ່ນຜູ້ທີ່ຖືກແຕ່ງຕັ້ງໃໝ່ ຈົ່ງສືບຕໍ່ຍົກສູງບົດບາດຄວາມຮັບຜິດຊອບຂອງຕົນ, ສ້າງຄວາມສາມັກຄີເປັນປຶກແຜ່ນຢູ່ພາຍ
ໃນ, ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ, ເປັນເຈົ້າການຊີ້ນຳ-ນຳພາສຶກ ສາອົບຮົມການເມືອງ-ນຳ
ພາແນວຄິດ ໃຫ້ພະນັກງານ-ນັກຮົບ ໃນກົມກອງຂອງຕົນໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ ຢ່າງເລິກເຊິ່ງ, ມີຄວາມຈົງຮັກພັກດີ, ຊື່ ສັດບໍລິ
ສຸດຕໍ່ພັກ, ຕໍ່ກອງທັບ ແລະ ຕໍ່ປະເທດຊາດ.

     ໃນພິທີດັ່ງກ່າວໄດ້ມີການຜ່ານມະຕິຕົກລົງຍົກຍ້າຍ ນາຍທະຫານຈໍານວນ 4 ສະຫາຍ ຢູ່ ກອງພັນໃຫຍ່ 703 ໄປຮັບໜ້າທີ່ຢູ່ ກອງບັນຊາການທະຫານອາກາດໃນນີ້
ໄດ້ຍົກຍ້າຍ ສະຫາຍ ພັນໂທ ຄອນສະຫວັນ ພັນທະວົງ ໄປເປັນຮອງຫົວໜ້າ ພະແນກ ບໍລິຫານສັງລວມ, ສະຫາຍ ພັນໂທ ສຸພັນ ເດດນໍລະສິນ ເປັນ ຮອງຫົວໜ້າພະແນກ
ອົບຮົມການບິນ, ສະຫາຍ ພັນໂທ ຄໍາປັນ ສຸດີ ເປັນ ຮອງຫົວໜ້າ ພະແນກ ອົບຮົມການບິນ, ສະຫາຍ ພັນໂທ ສະຫງົບ ຈັນທະໜອມ ເປັນຫົວໜ້າ ຂະແໜງ ຫົວຈັກ-ລໍາ
ຕົວ, ສະຫາຍ ພັນໂທ ໄມທອນ ແກ້ວລໍວັນເຮືອງ ຮອງຫົວໜ້າ ຫ້ອງພະລາທິການກອງບັນຊາການທະຫານ ແຂວງ ໄຊສົມບູນ ໄປຮັບໜ້າທີ່ເປັນ ຮອງຫົວ ໜ້າ ຫ້ອງພະລາ
ທິການກອງບັນຊາການທະຫານອາກາດ, ຍົກຍ້າຍແຕ່ງຕັ້ງ ສະຫາຍ ພັນໂທ ສໍາເລືອງ ພັນທະລີ ຮອງຮັບຜິດຊອບ ວຽກງານພະລາທິການ-ບໍລິຫານສູນຄຸ້ມຄອງຂໍ້ມູນຂ່າວ
ສານ ແລະ ການສື່ສານກອງທັບ ໄປຮັບໜ້າ ທີ່ເປັນຮອງຫົວໜ້າ ຫ້ອງພະລາທິການກອງບັນຊາການທະຫານອາກາດ, ຍົກຍ້າຍ ສະຫາຍ ພັນຕີ ວຽງພອນ ຫຼວງພະຈັນ ຢູ່
ກອງຜະລິດກະສີກໍາ ເລກ 6 ໄປຮັບໜ້າທີ່ເປັນ ຫົວໜ້າ ພະແນກ ຜະລິດກະສີກໍາ ກອງບັນ ຊາການ ທະຫານອາກາດ, ຍົກຍ້າຍ ສະຫາຍ ພັນຕີ ຈັນແດງ ລັງສີມັນ ຊ່ວຍ
ວຽກຂະແໜງນໍ້າມັນເຊື້ອໄຟກອງພັນໃຫຍ່ 703 ໄປຮັບໜ້າທີ່ເປັນ ຮອງຫົວໜ້າ ພະແນກນໍ້າມັນເຊື້ອໄຟກອງ ບັນຊາການທະຫານອາກາດ ແລະ ຊັບຊ້ອນມອບໝາຍໜ້າ
ທີ່ໃຫ້ ພະແນກ, ຂະແໜງການຢູ່ພາຍໃນ ກອງບັນຊາການທະຫານອາກາດຕື່ມອີກຈຳນວນໜຶ່ງ.