ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະ​ຜູ້​ແທນ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ​ ຢ້ຽມຢາມ ແລະ ເຮັດ​ວຽກ​

ຢູ່ກອງ​ບັນຊາ​ການ ​ທະຫານ​ນະຄອນ​ອຽນ​ບາຍ ​ສສ ຫວຽດນາມ


    ໃນ​ວັນ​ທີ 27 ກັນຍາ 2022 ນີ້, ສະຫາຍ ພັນ​ເອກ ດາວ​ນ້ອຍ ບຸດ​ບົວທອງ ຫົວໜ້າ​ການເມືອງ ກອງ​ບັນຊາການທະຫານ​ແຂວງ​ໄຊ​ຍະ​ບູ​ລີ ພ້ອມ​ດ້ວຍ ​ ຄະນະ​ໄດ້​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ກອງບັນຊາ​ການທະຫານ​ນະຄອນ ອຽນບາຍ ແລະ ກອງພັນ​ໃຫຍ່ 121 ທີ່​ຂຶ້ນ​ກັບ​ກອງ​ບັນຊາການທະຫານ​ແຂວງ​ອຽນ ​ບາຍ ກອງທັບ​ປະຊາຊົນ​ຫວຽດນາມ, ໂດຍ​ການ​ໃຫ້​ກຽດ​ຕ້ອນຮັບ​ຂອງ ສະຫາຍ ພັນ​ເອກ ເລ​ຫງອກ​ເຊິມ ຫົວໜ້າ​ການ​ທະຫານ​ກອງ​ບັນຊາ​ການທະຫານ ​ນະ ຄອນ​ອຽນ​ບາຍ ແລະ ສະຫາຍ ພັນ​ເອກ ຫງວ​​ຽນ​ກົງ​ເລ້ ຫົວໜ້າ​ກອງພັນ​ໃຫຍ່ 121 ກອງທັບ​ປະຊາຊົນ​ຫວຽດນາມ ພ້ອມ​ດ້ວຍ​ຄະນະ.

     ໂອກາດ​ນີ້, ຄະນະ​ພັກ-ຄະນະ​ບັນຊາ​ທັງ​ສອງ​ກົມ​ກອງ​ໄດ້​ກ່າວ​ສະແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ແລະ ຕີ​ລາຄາ​ສູງຕໍ່​ການມາຢ້ຽມຢາມ ແລະ ເຮັດ​ວຽກຂອງ​ ຄະນະ​ຜູ້​ແທນກອງບັນຊາການທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໃນ​ຄັ້ງ​ນີ້, ພ້ອມທັງໄດ້​ລາຍ​ງານກ່ຽວກັບສະພາບທີ່​ຕັ້ງຈຸດ​ພິເສດ, ພາລະບົດບາດ ແລະ​ ການເຄື່ອນ ໄຫວປະຕິບັດໜ້າທີ່ວຽກ​ງານໃນໄລຍະ​ຜ່ານມາ, ເຊິ່ງ​ຄະນະ​ພັກ-ຄະນະ​ບັນຊາກອງ​ບັນຊາ​ການ​ທະຫານ ນະຄອນອຽນ​ບາຍ ແລະ ກອງພັນ​ໃຫຍ່ 121 ໄດ້​ເອົາ ໃຈໃສ່​ສຶກສາ​ອົບຮົມ​ການເມືອງ-ນໍາພາແນວຄິດເປັນ​ກົກເຮັດ​ໃຫ້​ພະນັກງານ-ນັກຮົບ​ມີ​ທາດ​ແທ້​ຄຸນສົມບັດ, ສິນ​ທຳ​ປະຕິວັດ ຮັກສາ​ໄດ້​ທາດ​ແທ້​ປະຕິວັດ ແລະ ມູນເຊື້ອ​ອັນ​ດີງາມ​ຂອງ​ຊາດ ຂອງ​ກອງທັບ, ມີ​ຄວາມເຊື່ອໝັ້ນ​ຕໍ່​ການນຳພາ​ຂອງພັກ-ລັດ ແລະ ມີ​ສະຕິ​ລະວັງ​ຕົວ​ຕໍ່ກົນອຸບາຍຫັນປ່ຽນ​ໂດຍສັນຕິ​ຂອງ​ ສັດຕູ ພ້ອມ​ກັນ​ປະຕິບັດ​ກົດ​ລະບຽບ​ຂອງ​ກອງທັບ ​ກໍຄື​ຂອງ​ກົມ​ກອງ​ວາງ​ອອກ. ຈາກນັ້ນ, ທັງ​ສອງ​ຝ່າຍໄດ້​ແລກປ່ຽນທັດສະນະ, ບົດຮຽນ​ສະພາບ​ການ​ຕ່າງໆ ເຊິ່ງ​ ກັນ ແລະ ກັນໃນ​ຂົງເຂດ​ການ​ພົວພັນ​ຮ່ວມ​ມື​ຂອງ​ທັງ​ສອງ​ຝ່າຍ.

     ສະຫາຍ ພັນ​ເອກ ດາວ​ນ້ອຍ ບຸດ​ບົວທອງ ໄດ້​ຕາງໜ້າໃຫ້ຄະນະ​ຜູ້​ແທນ​ກອງ​ບັນຊາການທະ ຫານ​ແຂວງ​ໄຊ​ຍະ​ບູ​ລີ ​ສະແດງ​ຄວາມ​ຂອບໃຈ​ມາ​ຍັງ​ຄະນະ ​ ພັກ-ຄະນະ​ບັນຊາກອງ​ບັນຊາ​ການທະຫານ ນະຄອນ​ອຽນ​ບາຍ ແລະ ກອງພັນໃຫຍ່ 121 ກອງທັບປະຊາຊົນ​ຫວຽດນາມ ຕະຫຼອດ​ຮອດ​ພະນັກງານ-ນັກຮົບ ​ທີ່​ໄດ້​ປະກອບສ່ວນ​ໃຫ້ການ​ຮ່ວມ​ມື​ຊ່ວຍເຫຼືອ ແລະ ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ແລະ ໄດ້​ພົວພັນກັນຢ່າງ​ສະໜິດແໜ້ນ, ນີ້​ເປັນການຢືນຢັນ​ວ່າ ພັກ-ລັດ ແລະ ປະຊາຊົນ​ທັງ​ສອງ​ຊາດ ເວົ້າ​ສະເພາະ​ສອງ​ກຳລັງ​ປະກອບ​ອາວຸດ ຍາມ​ໃດ​ກໍມີ​ການ​ພົວພັນ​ຮ່ວມ​ມື​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ​ດ້ວຍຄວາມຈິງ​ໃຈ​ເປັນຢ່າງ ​ດີ​ຕະຫຼອດ​ມາ.

ແຫຼ່ງທີ່ມາ: ໄຊຍະສັກ ມະນີວັນ
ວັນທີ 03/10/2022