ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບປະທານກຸ່ມບໍລິສັດອາດີດັສ


    ສໍານັກຂ່າວຫວຽດນາມນິວ ລາຍງານໃນວັນທີ 2 ພະຈິກ ໃຫ້ຮູ້ວ່າ: ຕອນບ່າຍວັນທີ 1 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ ກາດສເປີ ໂຣດສະເຕດ ປະທານ ກຸ່ມບໍລິສັດ ອາດີດັສ (ເຢຍລະມັນ) ເຝິກທັກສະດ້ານອາຊີບໃຫ້ແກ່ຜູ້ອອກແຮງ ງານ. ທ່ານ ຟ້າມມິງຈິງ ໃຫ້ຮູ້ວ່າ, ເຢຍລະມັນ ແມ່ນຕະຫຼາດໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ເຂດເອີຣົບ, ເຊິ່ງແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບທີ 7 ຂອງ ຫວຽດນາມ, ແມ່ນປະຕູສຳຄັນຂອງສິນຄ້າຫວຽດນາມ ສົ່ງອອກໄປຍັງບັນດາຕະຫຼາດອື່ນຂອງເອີຣົບ ແລະ ຫວຽດນາມ ກໍແມ່ນຄູ່ຄ້າລາຍໃຫຍ່ທີ່ສຸດຂອງ ເຢຍລະມັນ ຢູ່ເຂດອາຊີຕາເວັນອອກສ່ຽງໃຕ້.

     ທ່ານ ຟ້າມມິງຈິງ ໄດ້ກ່າວເຫັນດີຕໍ່ແຜນການເປີດກວ້າງການຜະລິດ, ດຳເນີນທຸລະກິດຂອງອາດີດັສ, ກໍຄືເຂົ້າຮ່ວມການບຳລຸງກໍ່ສ້າງແຫຼ່ງຊັບພະຍາ ກອນມະນຸດ, ໂດຍສະເພາະ ແມ່ນທັກສະອາຊີບໃຫ້ແກ່ຜູ້ອອກແຮງງານຫວຽດນາມ. ພ້ອມທັງໃຫ້ຄຳປຶກສາ, ສະເໜີນະໂຍບາຍໃຫ້ແກ່ລັດຖະບານຫວຽດ ນາມ ໃນວິວັດການພັດທະນາເສດຖະກິດດີຈີຕອນ, ການເຕີບໂຕສີຂຽວ ແລະ ປະຕິບັດຄຳໝັ້ນສັນຍາຕ້ານການປ່ຽນແປງຂອງດິນຟ້າອາກາດ.

     ສ່ວນທ່ານ ກາດສເປີ ໂຣດສະເຕດ ໄດ້ກ່າວ່າ: ໃນໄລຍະທີ່ຈະມາເຖິງນີ້ກຸ່ມບໍລິສັດ ອາດີດັສ ຈະສືບຕໍ່ເປີດກວ້າງການຜະລິດ, ດຳເນີນທຸລະກິດ ແລະ ທ່ານເອງ ໃນນາມປະທານບໍລິສັດຈະພະຍາຍາມປະຕິບັດ ແລະ ຂົນຂວາຍຝ່າຍທີ່ກ່ຽວຂ້ອງປະຕິບັດບັນດາຂໍ້ສະເໜີ ຂອງທ່ານນາຍົກລັດຖະມົນຕີຫວຽດ ນາມ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 04/11/2022