
ຄະນະລັດຖະບານໄທ ອະນຸມັດການແຕ່ງຕັ້ງໃຫ້ ທ່ານ ພູມທຳ ເວດຊະຍະໄຊ
ສືບຕໍ່ເປັນຜູ້ຮັກສາການ ນາຍົກລັດຖະມົນຕີ

ວັນທີ 1 ກັນຍາ 2025 ນີ້ ຫຼັງຈາກ ທ່ານ ນາງ ແພທອງທານ ຊິນນະວັດ ຖືກປົດຕຳແໜ່ງນາ ຍົກລັດຖະມົນຕີໄທ, ວັນທີ 30 ສິງ
ຫາ ຜ່ານມາ, ຄະນະລັດຖະບານໄທ ໄດ້ຈັດກອງປະຊຸມພິເສດ, ອະນຸມັດແຕ່ງຕັ້ງໃຫ້ ທ່ານ ພູມທຳ ເວດຊະຍະໄຊ ຮອງນາ ຍົກລັດຖະມົນຕີ
ສືບຕໍ່ເປັນຜູ້ຮັກສາການນາຍົກລັດຖະມົນຕີໄທ.
ອີງຕາມລັດຖະທຳມະນູນ ໄທ, ເມື່ອນາຍົກລັດຖະມົນຕີ ຖືກປົດຕຳແໜ່ງແລ້ວ, ສະມາຊິກ ຄະນະລັດຖະບານທັງໝົດກໍ່ຕ້ອງລາອອກ
ຈາກຕຳແໜ່ງ, ສະພາຜູ້ແທນລາຊະດອນ ຈະຮັບຜິດຊອບເລືອກຕັ້ງນາຍົກລັດຖະມົນຕີ ຄົນໃໝ່. ໃນຖານະທີ່ເປັນຜູ້ຮັກສາການນາຍົກລັດ
ຖະມົນຕີ, ທ່ານ ພູມທຳ ເວດຊະຍະໄຊ ຈະນຳພາ ສະມາຊິກອື່ນ ໃນຄະນະລັດຖະລັດບານສືບຕໍ່ປະຕິບັດໜ້າທີ່ຮັກສາ ການຈົນເຖິງ ຄະນະ
ລັດຖະບານ ຊຸດໃໝ່ຂຶ້ນ ຮັບຕຳແໜ່ງຢ່າງເປັນທາງການ.
ແຫຼ່ງທີ່ມາ: ຂກທ
ວັນທີ 04/09/2025