ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ ອອກ​ພັນທະບັດ​ໄລຍະ​ຍາວ​ພິເສດ ​ຊຸດ​ທີ 2 ມູນ​ຄ່າ​ຫຼາຍ​ຕື້​ຢວນ

     ​ຂ່າວ​ຊິນ​ຮວາ​ລາຍ​ງານ ​ວັນ​ທີ 5 ພຶດສະພາ​ວ່າ: ແຫຼ່ງ​ຂ່າວ​ຈາກ​ຄະນະ​ກຳມະການ​ພັດທະນາ ແລະ ປະຕິ​ຮູບ​ແຫ່ງ​ຊາດ​ຈີນ ໃຫ້​ຮູ້​ວ່າ: ຫວ່າງ
ມໍ່ໆມານີ້, ຈີນ​ໄດ້​ອອກ​ບັນຊີ​ລາຍ​ຊື່ ແລະ ງົບປະມານ​ສຳລັບ​ພັນທະບັດ​ໄລຍະ​ຍາວ​ພິເສດ​ຊຸດ​ທີ 2 ໃນ​ປີ​ນີ້ ມູນ​ຄ່າ 91.5 ຕື້​ຢວນ ເພື່ອ​ສະໜັບ
ສະໜູນ​ການ​ປ່ຽນ​ຖ່າຍ​ເຄື່ອງ​ອຸປະກອນ ແລະ ການ​ທົດ​ແທນ​ຄືນ​ເຄື່ອງ​ອຸປະໂພກ-ບໍລິໂພກ.

     ພັນທະບັດ​ດັ່ງກ່າວ​ໃຊ້​ເພື່ອ​ສະໜັບສະໜູນ 6,700 ກວ່າ​ໂຄງການ​ໃນ 16 ຂົງເຂດ ເປັນຕົ້ນ​ແມ່ນ ອຸດສາຫະກຳ, ພະລັງງານ​ໄຟຟ້າ ແລະ ຂໍ້​
ມູນ​ຂ່າວສານ​ເອ​ເລັກ​ໂຕຣ​ນິກ, ຈະ​ສາມາດ​ດຶງ​ດູດ​ການ​ລົງທຶນ​ຫຼາຍ​ກວ່າ 380 ຕື້​ຢວນ. ພ້ອມ​ດຽວ​ກັນ​ນີ້, ຈີນ​ຈະ​ສືບຕໍ່​ສະໜັບສະໜູນ​ການ​ນຳ​ໃຊ້​
ລົດ​ຂົນສົ່ງ​ສິນຄ້າ​ລຸ້ນ​ໃໝ່​ແທນ​ລຸ້ນ​ເກົ່າ, ໃຊ້​ລົດເມ​ພະລັງງານ​ໃໝ່ ແລະ ໃຊ້​ເຄື່ອງ​ຈັກ​ກະສິກຳ​ລຸ້ນ​ໃໝ່​ແທນ​ລຸ້ນ​ເກົ່າ. ນັບ​ແຕ່​ຕົ້ນ​ປີ​ນີ້​ມາ, ຈີນ​ໄດ້​ຈັດ
​ສັນ​ງົບປະມານ​ສຳລັບ​ການ​ປ່ຽນ​ຖ່າຍ​ເຄື່ອງ​ອຸປະກອນ ແລະ ການ​ທົດ​ແທນ​ຄືນ​ເຄື່ອງ​ອຸປະໂພກ-ບໍລິໂພກ ທັງ​ໝົດ 185,1 ຕື້​ຢວນ.

     ຂ່າວ​ລະບຸ​ວ່າ: ຈາກ​ການ​ຊຸກຍູ້​ຂອງ​ນະໂຍບາຍ​ປ່ຽນ​ຖ່າຍ​ເຄື່ອງ​ອຸປະກອນ, ການ​ຈັດ​ຊື້ ແລະ ການ​ລົງທຶນ​ຕໍ່​ເຄື່ອງ​ຈັກ ແລະ ອຸປະກອນ​ໃນ​ໄຕ​
ມາດ​ທຳ​ອິດ​ຂອງ​ປີ​ນີ້​ເພີ່ມ​ຂຶ້ນ 13.9% ເມື່ອ​ທຽບໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2025, ທັງ​ໄດ້​ດຶງ​ດູດ​ການ​ລົງທຶນ​ທັງ​ໝົດ​ເພີ່ມ​ຂຶ້ນ 2.3%.

ແຫຼ່ງທີ່ມາ: ຂກທ
ວັນທີ 06/05/2026