
ກຳປູເຈຍ ປັບຂຶ້ນຄ່າແຮງງານຂັ້ນຕ່ຳລາຍເດືອນ ເປັນ 212 ໂດລາສະຫະລັດ
ສຳນັກຂ່າວ ຊິນຮວາ ຂອງຈີນ ລາຍງານເມື່ອບໍ່ດົນມານີ້, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ປະກາດວ່າ: ກຳປູເຈຍ ໄດ້ກຳນົດອັດ
ຕາຄ່າຈ້າງຂັ້ນຕ່ຳລາຍເດືອນໃໝ່ ສຳລັບອຸດສາຫະກຳເສື້ອຜ້າ, ເກີບ ແລະ ສິນຄ້າ ເພື່ອການເດີນທາງຂອງ ປະເທດນີ້ ໂດຍຈະປັບຂຶ້ນເປັນ 212 ໂດລາ
ສະຫະລັດ ເລີ່ມແຕ່ປີ 2027, ເພີ່ມຂຶ້ນ 2 ໂດລາ ຈາກເດີມ 210 ໂດລາ. ນອກຈາກ ຄ່າແຮງງານຂັ້ນຕ່ຳລາຍເດືອນແລ້ວ, ບັນດາກຳມະກອນຈະໄດ້
ສະຫວັດດີການ ແລະ ເງິນຕອບແທນເພີ່ມເຕີມ ເປັນປະຈຳທຸກເດືອນ ເຊັ່ນ: ເງິນຊົມເຊີຍ ສຳລັບການມາເຮັດວຽກຢ່າງສະໝ່ຳສະເໝີ; ມູນຄ່າເພີ່ມຕື່ມ
ຕາມອາຍຸການເຮັດວຽກ; ເງິນຊ່ວຍເຫຼືອດ້ານທີ່ຢູ່ອາໄສ ແລະ ຄ່າເດີນທາງ; ລວມທັງ ເງິນຊ່ວຍເຫຼືອຄ່າເດີນທາງອີກ ເດືອນລະ 2,5 ໂດລາ ເພື່ອຊ່ວຍ
ຫຼຸດຜ່ອນພາລະຈາກຄ່າເດີນທາງທີ່ເພີ່ມສູງຂຶ້ນ. ໂດຍຄ່າຈ້າງພື້ນຖານປະຈຳປີ 2027 ລວມທັງຄ່າຈ້າງຂັ້ນຕ່ຳ ແລະ ສະຫວັດດີການຕ່າງໆທີ່ ກຳມະ
ກອນໃນພາກອຸດສາຫະກຳ ດັ່ງກ່າວ ຈະໄດ້ຮັບປະມານ 231,5-242,5 ໂດລາ ຕໍ່ເດືອນ ເຊິ່ງການປະກາດດັ່ງກ່າວ ຈະມີຜົນບັງຄັບໃຊ້ໃນວັນທີ 1 ມັງ
ກອນ 2027. ຂະນະທີ່ ກະຊວງແຮງງານ ແລະ ການຝຶກອົບຮົມວິຊາຊີບຂອງ ກຳປູເຈຍ ເປີດເຜີຍວ່າ, ອຸດສາຫະກຳເສື້ອຜ້າ, ເກີບ ແລະສິນຄ້າ ເພື່ອ
ການເດີນທາງເຊິ່ງ ເປັນແຫຼ່ງລາຍຮັບເງິນຕາຕ່າງ ປະເທດໃຫຍ່ທີ່ສຸດ ຂອງ ກຳປູເຈຍ ໂດຍປະກອບມີໂຮງງານ ແລະ ສາຂາຍ່ອຍ ປະມານ1.800 ແຫ່ງ
ແລະ ມີກຳມະກອນ ປະມານ 1.1 ລ້ານຄົນ ໂດຍສ່ວນໃຫຍ່ ເປັນເພດຍິງ.
ແຫຼ່ງທີ່ມາ: ຂກທ
ວັນທີ 06/10/2026