ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາ​ເມ​ຣິ​ກາ ແລະ ອີ​ຣານ ​ຕົກ​ເຂົ້າ​ໃນ “ສົງຄາມ​ນ້ອຍ”

     ​ວັນ​ທີ 5 ພຶດສະພາ​ນີ້​ ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ວິ​ສາ​ຫະ​ກິດ​ນ້ອຍ​ຂອງ​ທຳ​ນຽບ​ຂາວ, ທ່ານ ໂດ​ນັນ ທຣຳ ປະ
ທານາທິບໍດີ​ອາ​ເມ​ຣິ​ກາ ກ່າວ​ວ່າ: ການ​ປະ​ທະ​ກັນ​ລະຫວ່າງ​ອາ​ເມ​ຣິ​ກາ ແລະ ອີ​ຣານ ເປັນ “ສົງຄາມ” ແລ້ວ, ແລະ ເອີ້ນ​ວ່າ​ເປັນ “ສົງ
ຄາມ​ນ້ອຍ”. ນອກ​ນີ້, ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານ​ ໂດ​ນັນ ທຣຳ ໄດ້​ປະຕິເສດ​ບອກ​ກ່າວ​ຢ່າງ​ຈະ​ແຈ້ງວ່າ ສັນ ຍາ​ຢຸດ​ຍິງ​
ລະຫວ່າງ​ອາ​ເມ​ຣິ​ກາ ແລະ ອີ​ຣານ​ຍັງ​ມີ​ຜົນ​ບັງຄັບ​ໃຊ້ ຫຼື ບໍ່. ບົດ​ວິເຄາະ​ຂອງ​ເວັບ​ໄຊ​ຂ່າວສານ​ຟາ​ລາ​ລູ​ຂອງ​ອີ​ຣານ ລະບຸ​ວ່າ: ປັດຈຸ
ບັນ, ຮູບ​ແບບ​ການ​ປະ​ທະ​ກັນ​ລະຫວ່າງ​ອາ​ເມ​ຣິ​ກາ ແລະ ອີ​ຣານ ບໍ່​ໄດ້​ຂະຫຍາຍ​ໄປ​ສູ່​ທິດ​ທາງ​ທີ່​ແກ້​ໄຂ​ບັນຫາ​ໄດ້​ຢ່າງ​ວ່ອງໄວ, ຫາກ
​ແມ່ນ​ກ້າວ​ໄປ​ສູ່​ສົງຄາມ​ສິ້ນ​ເປືອງ​ທີ່​ຍືດ​ເຍື້ອ​ຍາວ​ນານ.

     ປັດຈຸບັນ, ສອງ​ຝ່າຍ​ລ້ວນ​ແຕ່​ເພີ່ມ​ຄວາມ​ເອົາໃຈໃສ່​ຕໍ່​ການ​ບັ່ນ​ທອນ​ພະລັງ​ຂອງ​ການ​ເປັນ​ຝ່າຍ​ກະທຳ​ຂອງ​ຝ່າຍ​ກົງກັນຂ້າມ,
ຫາກ​ບໍ່​ແມ່ນ​ສະແຫວງຫາ​ໄຊຊະນະ​ສຸດ​ທ້າຍ.

ແຫຼ່ງທີ່ມາ: ຂກທ
ວັນທີ 14/05/2026