ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສ້າງຕັ້ງ​ສະຫະພັນ​ສາກົນ ​ເພື່ອ​ຕໍ່ຕ້ານ​ການ​ຫຼອກ​ລວງ​ທາງ​ໂທລະ​ຄົມ​
ຢ່າງ​ເປັນ​ທາງ​ການ

​

     ພິທີ​ສ້າງຕັ້ງ​ສະຫະພັນ​ສາກົນ​ເພື່ອ​ຕໍ່ຕ້ານ​ການ​ຫຼອກ​ລວງ​ທາງ​ໂທລະ​ຄົມ ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ຫຼຽນ​ຢຸນ​ກາງ ແຂວງ​ຈ່ຽງ​ຊູ ຂອງ​ຈີນ
ໃນ​ວັນ​ທີ 10 ກັນຍາ ນີ້. ຜູ້ຕາງໜ້າ​ຈາກ 46 ປະເທດ​ລິ​ເລີ່ມ​ສ້າງຕັ້ງ​ສະຫະພັນ​ດັ່ງກ່າວ, 34 ປະເທດ​ສັງເກດ​ການ​ພ້ອມ​ດ້ວຍ 4 ອົງ​ການ
ຈັດຕັ້ງ​ສາກົນ ເປັນຕົ້ນ​ແມ່ນ ອົງການ​ສະຫະ​ປະຊາ​ຊາດ ແລະ ອົງການ​ຕຳ ຫຼວດ​ອາຍາ​ສາກົນ ໄດ້​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ.

     ຕາມ​ຂ່າວ ວິທະຍຸ​ໂທລະພາບ​ສູນ​ກາງ​ຈີນ, ການ​ສ້າງຕັ້ງ​ສະຫະພັນ​ສາກົນ ​ເພື່ອ​ຕໍ່ຕ້ານ​ການ​ຫຼອກ​ລວງ​ທາງ​ໂທລະ​ຄົມ ເປັນ​ມາດ​ຕະ
ການ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ຂໍ້​ລິ​ເລີ່ມ​ຄວາມ​ໝັ້ນຄົງ​ທົ່ວ​ໂລກ ແລະ ຂໍ້​ລິ​ເລີ່ມ​ການ​ບໍລິຫານ​ທົ່ວ​ໂລກ​ທີ່​ສະເໜີ​ໂດຍ​ຈີນ​ໃຫ້​ເຂົ້າ​ສູ່​ລວງ​ເລິກ.
ສະຫະພັນ​ດັ່ງກ່າວ​ລິ​ເລີ່ມ​ສ້າງ​ຂຶ້ນ​ໂດຍ​ຈີນ ແລະ ມີ​ຈຸດປະສົງ ​ເພື່ອ​ສ້າງ​ເປັນ​ອົງ​ການຈັດຕັ້ງ​ສາກົນ​ລະຫວ່າງ​ລັດຖະບານ​ທາງ​ວິຊາ​ການ
​ທີ່​ມີ​ຄວາມ​ສາມາດ​ໃນ​ລະດັບ​ໃດ​ໜຶ່ງ​
ໃນ​ການເຄື່ອນໄຫວ ແລະ ປະສານ​ງານ ໂດຍ​ມີ​ພາກສ່ວນ​ບັງຄັບ​ໃຊ້​ກົດໝາຍ​ຈາກ​ປະເທດ​ຕ່າງໆ
​ເຂົ້າ​ຮ່ວມ​ຢ່າງ​ກວ້າງຂວາງ ແລະ ຖື​ເອົາ​ການ​ຮັບ​ມື​ກັບ​ອາດຊະຍາ​ກຳ​ຫຼອກ​ລວງ​ທາງ​ໂທລະ​ຄົມ​ຂ້າມ​ຊາຍ​ແດນ ແລະ ອາ​ຊະ​ຍາ​ກຳ​ທີ່​
ກ່ຽວຂ້ອງ​ຢ່າງ​ມີ​ປະສິດທິພາບ​ສູງ ເປັນ​ບົດບາດ​ແກນ​ກາງ.

ແຫຼ່ງທີ່ມາ: ຂກທ
ວັນທີ 14/09/2026