ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມຽນ​ມາ ສົ່ງ​ເຂົ້າສານ​ອອກ 3 ແສນ​ກວ່າ​ໂຕນ ໃນ​ຕົ້ນ​ປີ 2026

     ​​ສໍານັກ​ຂ່າວ ອິນ​ໂຟ​ເຄວ​​ສ: ເມື່ອ​ບໍ່​ດົນ​ມາ​ນີ້ ສະຫະພັນ​ເຂົ້າ​ແຫ່ງ ມຽນ​ມາ ເປີດເຜີຍ​ວ່າ: ມຽນ​ມາ ໄດ້​ສົ່ງ​ອອກ​ເຂົ້າສານ​ປະມານ
305.821 ໂຕນ ໃນ​ໄລຍະ 2 ເດືອນ​ທຳ​ອິດ​ຂອງ ສົກ​ປີ​ງົບປະມານ 2026-2027 ຊຶ່ງ​ເລີ່ມ​ຕົ້ນ​ແຕ່​ເດືອນ ​ເມສາ ຜ່ານ​ມາ, ເຊິ່ງ​ມີ​ລາຍ​
ໄດ້ ຈາກ​ການ​ສົ່ງ​ເຂົ້າ​ອອກ​ດັ່ງກ່າວ ປະມານ 93 ລ້ານ​ໂດ​ລາ​ສະ​​ຫະ​ລັດ.

     ຂໍ້​ມູນ​ຈາກ ສະຫະພັນ​ເຂົ້າ ສະແດງ​ໃຫ້​ເຫັນ​ວ່າ, ຍອດ​ການ​ສົ່ງ​ເຂົ້າ​ອອກ ໃນ​ເດືອນ ເມສາ ແລະ ເດືອນ​ພືດ​ສະພາ ຂອງ​ສົກ​ປີ​ງົບປະ
ມານ​ນີ້ ແມ່ນ​ມີ​ປະລິມານ​ຕ່ຳ​ກວ່າ​ໄລຍະ​ດຽວ​ກັນ ຂອງ​ສົກ​ປີ​ງົບປະມານ​ກ່ອນ ທີ່​ເຄີຍ​ສົ່ງ​ອອກ​ເຂົ້າສານໄດ້​ຫຼາຍ​ກວ່າ 400.000 ໂຕນ.

ແຫຼ່ງທີ່ມາ: ຂກທ
ວັນທີ 16/06/2026