ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະທານາທິບໍດີ ຣັດ​ເຊຍ ແລະ ອາ​ເມ​ຣິ​ກາ ສົນທະນາ​ກັນ​ທາງ​ໂທລະສັບ

​

     ວັນ​ທີ 8 ກັນຍາ ນີ້, ທ່ານ ຢູ​ຣີ ອຸ​ຊາ​ໂຄ​​ຟ ຜູ້​ຊ່ວຍ​ປະທານາທິບໍດີ ຣັດ​ເຊຍ ລາຍ​ງານ​ຂ່າວ​ວ່າ: ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະທານາທິບໍດີ ຣັດ​ເຊຍ
ແລະ ທ່ານ ໂດ​ນັນ ທຣຳ ປະທານາທິບໍດີ ສະຫະລັດ ອາ​ເມ​ຣິ​ກາ ໄດ້​ສົນທະນາ​ກັນ​ຜ່ານ​ທາງ​ໂທລະສັບ ກ່ຽວ​ກັບ​ຜົນ​ຂອງ​ການ​ໄປ​ຢ້ຽມຢາມ​ນະຄອນ
ຫຼວງ​ມົດ​ສະ​ກູ​ ປະເທດ ຣັດ​ເຊຍ ແລະ ນະຄອນຫຼວງ​ກີ​ແອບ ປະເທດ​ອູ​ແກຣນ ຂອງ​ທ່ານ ສະ​ຕີ​​ຟ ວິດ​ໂຄຟ ທູດ​ພິເສດ ແລະ ທ່ານ ຈາ​ເຣດ ຄຸ​​ສ​ເນີ
ລູກເຂີຍ​ຂອງ​ທ່ານ ໂດ​ນັນ ທຣຳ ໃນ​ລະຫວ່າງ​ວັນ​ທີ 5-6 ກັນຍາ ນີ້.

     ການ​ສົນທະນາ​ຄັ້ງ​ນີ້​ດຳເນີນ​ໄປເປັນ​ເວລາ1 ຊົ່ວໂມງ ເຊິ່ງ​ມີ​ລັກສະນະ​ສ້າງສັນ ແລະ ກົງ​ໄປ​ກົງ​ມາ​ທີ່​ສຸດ. ຜົນ​ຂອງ​ການ​ໄປ​ຢ້ຽມຢາມ​ຂອງ​ຄະນະ
​ຜູ້​ແທນ​ອາ​ເມ​ຣິ​ກາໄດ້​ຮັບ​ການ​ຕີ​ລາຄາ​ຢ່າງ​ຕັ້ງໜ້າ, ເຊິ່ງ​ວຽກ​ງານ​ຜ່ານ​ຊ່ອງ​ທາງ​ດັ່ງກ່າວ ແລະ ຜ່ານ​ຊ່ອງ​ທາງ​ອື່ນໆ​ ຈະ​ສືບຕໍ່​ໄດ້​ຮັບ​ການ​ຊຸກຍູ້​ຢ່າງ​ຕໍ່​ເນື່ອງ.
ທ່ານ ອຸ​ຊາ​ໂຄ​​ຟ ໃຫ້​ຮູ້​ຕື່ມ​ວ່າ: ທ່ານ ໂດ​ນັນ ທຣຳ ໄດ້​ສະແດງ​ຄວາມ​ປາຖະໜາ​ຢ່າງ​ຈະແຈ້ງ​ກ່ຽວ​ກັບ​ການ​ສິ້ນ​ສຸດ​ການ​ປະ​ທະ​ກັນ​ລະຫວ່າງ ຣັດ​ເຊຍ-ອູ​
ແກຣນ ໃຫ້​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້, ພ້ອມ​ທັງ​ເຫັນ​ວ່າ ນີ້​ຈະ​ສ້າງ​ເງື່ອນໄຂ​ໃຫ້​ແກ່​ການ​ຟື້ນ​ຟູ​ການ​ພົວພັນ​ລະຫວ່າງຣັດ​ເຊຍ-ອາ​ເມ​ຣິ​ກາ ຢ່າງຮອບດ້ານ​ໃນ
​ທັນທີ,ໂດຍ​ສະເພາະ​ໃນ​ດ້ານ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະໂຫຍດ​ທາງ​ດ້ານ​ເສດຖະກິດ-ການ​ຄ້າ​ ລະຫວ່າງ​ສອງ​ປະເທດ, ຢ່າງໃດ​ກໍ​ຕາມ,
ທ່ານ ໂດ​ນັນ ທຣຳ ຄອງ​ຄອຍ​ທີ່​ຈະ​ບັນລຸ​ຄວາມ​ກ້າວໜ້າ​ດັ່ງກ່າວ​ພາຍ​ໃນ​ວາລະ​ການດຳລົງ​ຕໍາແໜ່ງ​ຂອງ​ຕົນ.

ແຫຼ່ງທີ່ມາ: ຂກທ
ວັນທີ 17/09/2026