
ຈີນ-ປາກິດສະຖານ ບັນລຸຂໍ້ຕົກລົງຮ່ວມກັນ ສົ່ງນັກບິນອາວະກາດຂຶ້ນສູ່ວົງໂຄຈອນ

ຈາງ ຈິງປໍ (Zhang Jingbo) ໂຄສົກຂອງສຳນັກງານອາວະກາດທີ່ມີມະນຸດຄວບຄຸມຂອງຈີນ (CMSA) ໄດ້ປະກາດເຖິງການຮ່ວມມື
ລະຫວ່າງລັດຖະບານຈີນ ແລະ ປາກິດສະຖານເປັນຄັ້ງທຳອິດ ໃນງານແຖງຂ່າວທີ່ຖານປ່ອຍຈະຫຼວດ ຈິ່ວເວີຍ ໃນ ມື້ກ່ອນທີ່ຈະມີການປ່ອຍ
ຍານ ເສິນໂຈວ ຄັ້ງທີ 21 ໃນວັນທີ 31 ຕຸລາ ທີ່ຜ່ານມານີ້ວ່າ: ຈີນ ແລະ ປາກິດສະຖານ ໄດ້ບັນລຸຂໍ້ຕົກລົງຮ່ວມກັນເປັນທີ່ຮຽບຮ້ອຍແລ້ວ ໃນ
ການສົ່ງນັກບິນອາວະກາດ ປາກິດສະຖານ ຂຶ້ນໄປສູ່ສະຖານີອາວະກາດ ທຽນກົງ.
ໃນຂະນະນີ້ ທາງການປາກິດສະຖານ ກຳລັງເລີ່ມການຄັດເລືອກນັກບິນອາວະກາດຮອບທຳອິດຜູ້ທີ່ຜ່ານການຄັດເລືອກໃນຮອບນີ້ຈະຕ້ອງ
ເດີນທາງໄປປະເທດຈີນເພື່ອຄັດເລືອກໃນຮອບທີສອງ ແລະ ຮອບທີສາມຕໍ່ໄປ. ເມື່ອການຄັດເລືອກສຳເລັດຮຽບຮ້ອຍແລ້ວ ນັກບິນອາວະກາດ
ຊາວປາກິດສະຖານຈະໄດ້ບິນໄປພ້ອມກັບນັກບິນອະວະກາດຊາວຈີນອີກ 2 ຄົນ ໃນພາລະກິດ ເສິນໂຈວ 22 ໃນປີ 2026. ເຖິງແມ່ນວ່າ
CMSA ຈະບໍ່ຢືນຢັນວ່າພາລະກິດນີ້ຈະເກີດຂຶ້ນໃນເວລາໃດ ຫຼື ນັກບິນປາກິດສະຖານ ຈະຢູ່ໃນສະຖານີອະວະກາດ ທຽນກົງ ດົນນານເທົ່າໃດ,
ແຕ່ນີ້ເປັນນັກບິນອະວະກາດຕ່າງປະເທດຄົນທຳອິດທີ່ຈະໄດ້ເດີນທາງໄປສະຖານີອະວະກາດ ທຽນກົງ. ນອກຈາກນັ້ນ ນັກບິນຊາວປາກິດສະຖານ
ຍັງຈະໄດ້ຢູ່ໃນສະຖານີອະວະກາດທຽນກົງ ດົນເຖິງ 1 ປີເຕັມ ເພາະແທນທີ່ຈະກັບໂລກພ້ອມກັບພາ ລະກິດເສິນໂຈວ 22 ທາງຈີນໄດ້ສະໜອງ
ໃຫ້ນັກບິນປາກິສະຖານ ກັບມາພ້ອມກັບຍານເສິນໂຈວ 23 ແທນ. ສະຖານີອະວະກາດ ທຽນກົງ ແມ່ນສະຖານີອະວະກາດຫຼັກ ແລະ ມີມະ
ນຸດອາໄສຢູ່ພຽງແຫ່ງດຽວຂອງຈີນ ທີ່ຖືກອອກແບບໃຫ້ມີອາຍຸການໃຊ້ງານໄດ້ດົນເຖິງ 15 ປີ. ສະຖານີອະວະກາດນີ້ປະກອບມີ 3 ໂມດູນຫຼັກ ຄື:
1. ໂມດູນຫຼັກ “ທຽນເຫີ” ທີ່ເຮັດໜ້າທີ່ເປັນສູນຄວບຄຸມ ແລະ ບໍລິຫານງານຕ່າງໆ ພ້ອມທັງເປັນບ່ອນອາໄສຂອງລູກເຮືອຈຳນວນ 3-6 ຄົນ ທີ່ຈະ
ຜັດ ປ່ຽນທຸກໆ 6 ເດືອນ, 2. ໂມດູນປະຕິບັດງານ “ເຫວິນທຽນ” 3. ໂມດູນປະຕິບັດງານ “ເມີງທຽນ”. ສະຖານີອະວະກາດທຽນກົງນີ້ ທາງຈີນ
ໄດ້ເຜີຍວ່າສ້າງຂຶ້ນເພື່ອແທນທີ່ສະຖານີອາວະກາດນານາຊາດ (ISS) ທີ່ກຳລັງຈະຖືກປົດປະຈຳການໃນຊ່ວງເວລາບໍ່ຊ້ານີ້ ແລະ ເພື່ອເປີດໂອກາດ
ໃຫ້ນັກບິນອາວະກາດຈາກຫຼາຍປະເທດເຂົ້າເຖິງ.
ແຫຼ່ງທີ່ມາ: ຂກທ
ວັນທີ 17/11/2025