ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນ​ເດຍ ເລັ່ງ​ອອກ​ມາດ​ຕະການ​ສຸກ​ເສີນ​ ປົກ​ປ້ອງ​ທຶນ​ສຳຮອງ​ເງິນຕາ​ຕ່າງປະເທດ

     ​ວັນ​ທີ 13 ພຶດສະພາ ນີ້​ ລັດຖະບານ ອິນ​ເດຍ ພວມ​ພິຈາລະນາ​ໃຊ້​ມາດ​ຕະການສຸກ​ເສີນ ເພື່ອ​ເພີ່ມ​ຄວາມ​ເຂັ້ມແຂງ​ໃຫ້​ກັບ
​ທຶນ​ສຳຮອງ​ເງິນຕາ​ຕ່າງປະເທດ ເຊິ່ງ​ລວມ​ເຖິງການ​ປັບ​ຂຶ້ນ​ລາຄາ​ນໍ້າມັນ ແລະ ຄຽງ​ຄູ່​ການ​ນຳ​ເຂົ້າ​ສິນຄ້າ​ທີ່​ບໍ່​ຈຳເປັນ ເຊັ່ນ: ຄຳ ແລະ
ເອ​ເລັກ​ໂຕຣນິກ ເພື່ອ​ຊ່ວຍ​ບັນເທົາ​ຜົນ​ກະທົບ​ຈາກ​ສົງຄາມ​ຢູ່​ອີ​ຣານ. ເຈົ້າ​ໜ້າທີ່ສຳນັກ​ນາຍົກລັດຖະມົນຕີ ແລະ ກະຊວງ​ການ​ເງິນ
ອິນ​ເດຍ ໄດ້​ປຶກສາ​ຫາລືກັບທະນາຄານ​ກາງ​ອິນ​ເດຍ (RBI) ກ່ຽວ​ກັບ​ມາດ​ຕະການ​ຫຼາຍ​ຢ່າງ ເພື່ອ​ຈະ​ຈຳກັດ​ຄວາມ​ເສຍ​ຫາຍ​ຈາກ
​ການ​ເພີ່ມ​ຂຶ້ນ​ຂອງ​ລາຄາ​ນໍ້າມັນ, ໂດຍ​ໜຶ່ງ​ໃນ​ຂໍ້​ສະເໜີ​ທີ່​ມີ​ການ​ປຶກສາ​ຫາລື​ກັນ ຄື: ການ​ປັບ​ຂຶ້ນ​ລາຄາ​ນໍ້າມັນ, ເຊິ່ງ​ຈະ​ເປັນ​ການ​ປັບ
​ຂຶ້ນ​ຄັ້ງ​ທຳ​ອິດ ນັບ​ຕັ້ງແຕ່ ສົງຄາມ​ອີ​ຣານ ເລີ່ມ​ຕົ້ນ​ຂຶ້ນ. ເຖິງ​ຢ່າງໃດ​ກໍ​ຕາມ ຍັງ​ບໍ່ມີ​ ການ​ຕັດສິນ​ໃຈ​ຂັ້ນ​ສຸດ​ທ້າຍກ່ຽວ​ ກັບມາດ​ຕະ
ການ​ແກ້ໄຂເຫດສຸກ​ເສີນ​ດັ່ງກ່າວ.

ແຫຼ່ງທີ່ມາ: ຂກທ
ວັນທີ 18/05/2026