ທ່ານ ສີ ຈິ້ນຜິງ ຢ້ຽມຢາມ ແລະ ພົບປະກັບການນຳຂັ້ນສູງ ຣາຊະອານາຈັກ ກຳປູເຈຍ
ທ່ານ ສີຈິ້ນຜິງ ປະທານປະເທດຈີນ ເຂົ້າພົບປະກັບ ທ່ານ ຮຸນເຊນ ປະທານພັກປະຊາຊົນ ປະທານສະພາສູງກຳປູເຈຍ
ວັນທີ 17 ເມສາ 2025, ຢູ່ນະຄອນຫຼວງພະນົມເປັນ, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບ ທ່ານ ຮຸນເຊນ ປະທານພັກປະຊາ
ຊົນ ປະທານສະພາສູງກຳປູເຈຍ. ເຊິ່ງ ທ່ານ ສີຈິ້ນຜິງ ກ່າວເນັ້ນໜັກວ່າ: ຈີນເຊື່ອໝັ້ນວ່າ ການພັດທະນາ ແລະ ການສ້າງຄວາມຈະເລີນຮຸ່ງເຮືອງ
ຂອງກຳປູເຈຍ ຈະມີອະນາຄົດທີ່ນັບມື້ກວ້າງຂວາງກວ່າເກົ່າ, ຈີນຈະເຮັດຄືທີ່ເຄີຍປະຕິບັດມາເພື່ອສະໜັບສະໜູນພັກປະຊາຊົນກຳປູເຈຍນຳພາປະ
ຊາຊົນກຳປູເຈຍປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ ແລະ ການພັດທະນາເສດຖະກິດ, ສະໜັບສະໜູນກຳປູເຈຍເສີມຂະຫຍາຍບົດບາດສຳຄັນ
ໃນເວທີພາກພື້ນ ແລະ ເວທີສາກົນ.
ສອງຝ່າຍຄວນປະຕິບັດກົນໄກການສົນທະນາຕາມຍຸດທະສາດ “2+2” ລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດສອງປະເທດ ທີ່ສ້າງ
ຕັ້ງຂຶ້ນໃໝ່ໃຫ້ດີ, ເພີ່ມທະວີການປະສານງານ ທາງຍຸດທະສາດ, ຕ້ອງຮັດແໜ້ນການຮ່ວມມືຕົວຈິງໃນຂົງເຂດ ຕ່າງໆ, ດຳເນີນການສ້າງສາ “ແລວ
ທາງພັດທະນາອຸດສາຫະກຳ” ແລະ “ແລວທາງເຂົ້າປາອາຫານ” ຂອງກຳປູເຈຍໃຫ້ດີ ແລະ ດຳເນີນການຮ່ວມມືໃນຂົງເຂດພະລັງງານ ແລະ ການ
ຄົມມະນາຄົມ, ເຮັດໃຫ້ກຳປູເຈຍຊົມໃຊ້ໂອກາດການພັດທະນາຂອງຈີນໄດ້ຫຼາຍກວ່າເກົ່າ.
ທ່ານ ຮຸນເຊນ ກ່າວວ່າ: ກຳປູເຈຍຍຶດໝັ້ນປະຕິບັດນະໂຍບາຍປະເທດຈີນດຽວ, ສະໜັບສະໜູນຫຼັກໝັ້ນຂອງຈີນໃນບັນຫາໄຕ້ຫວັນ, ບັນ
ຫາທີ່ພົວພັນເຖິງຊິນຈ່ຽງ ແລະ ຊີຈ້າງ ພ້ອມທັງຄັດຄ້ານທຸກອິດທິກຳລັງທີ່ແຊກແຊງວຽກງານພາຍໃນຂອງຈີນ. ກຳປູເຈຍສະແດງຄວາມຊົມເຊີຍ
ຢ່າງສູງຕໍ່ຈີນ ທີ່ໄດ້ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນ ເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງຂອງໂລກ, ສະໜັບສະໜູນ
ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ 3 ຂໍ້ລິເລີ່ມທົ່ວໂລກ ທີ່ຈີນສະເໜີອອກມາ ເຊິ່ງຈະມີຜົນດີຕໍ່ການປົກປັກຮັກສາຜົນປະໂຫຍດ
ຮ່ວມກັນຂອງປະຊາຄົມໂລກ, ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງໂລກ. ໃນວັນດຽວກັນ, ທ່ານ ສີຈິ້ນຜິງ ປະທານປະ
ເທດຈີນ ແລະ ທ່ານຮຸນມາເນັດ ນາຍົກລັດຖະມົນຕີກຳປູເຈຍ ກໍໄດ້ພົບປະກັນຢູ່ຕຶກສັນຕິພາບທີ່ນະຄອນຫຼວງພະນົມເປັນ ໂດຍ ຜູ້ນຳສອງປະເທດ
ໄດ້ເຫັນດີເປັນເອກະພາບທີ່ຈະຮ່ວມມືກັນ ເພື່ອສ້າງຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍໃນທຸກສະພາບການໃນຍຸກໃໝ່ ແລະ ປະກາດປີ 2025 ເປັນ
“ປີທ່ອງທ່ຽວຈີນ-ກຳປູເຈຍ”.
ແຫຼ່ງທີ່ມາ: ຂກທ
ວັນທີ 21/04/2025