ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ​ນາງ ແພ​ທອງ​ທານ ຊິນນະ​ວັດ ຮຽກຮ້ອງ​ໃຫ້​ຄືນ​ຕຳແໜ່ງ​ນາຍົກລັດຖະມົນຕີ​ໄທ​ຂອງ​ຕົນ

     ​ສື່​ມວນ​ຊົນ​ໄທ​ລາຍ​ງານ​ວ່າ: ຫວ່າງ​ມໍ່ໆມານີ້, ທ່ານ​ ນາງ ແພ​ທອງ​ທານ ຊິນນະ​ວັດ ນາຍົກລັດຖະມົນຕີ​ໄທ​ທີ່​ຖືກ​ສັ່ງ​ໂຈະ​ຕຳແໜ່ງ ໄດ້​
ຍື່ນ​ເອກະສານ​ຕໍ່​ສານ​ລັດ​ຖະ​ທຳ​ມະນູນ​ໄທ ໂດຍ​ລະບຸ​ວ່າ: ການ​ສົນທະນາ​ທາງ​ໂທລະສັບ​ລະຫວ່າງ​ຕົນ​ກັບ ​ທ່ານ ຮຸນ​ເຊນ ປະທານ​ສະພາ​ສູງ​
ກຳປູເຈຍ​ ໃນ​ກາງ​ ເດືອນ​ ມິຖຸນາ​ ປີ​ນີ້​ ແມ່ນ “ ພາຍ​ໃຕ້​ຂອບ​ການ​ທູດ​ທັງ​ໝົດ ”, ສຳລັບ​ຄຳ​ເວົ້າ​ບາງ​ຕອນ​ທີ່​ເຮັດ​ໃຫ້​ເກີດ​ການ​ໂຕ້​ຖຽງ​ກັນ​ນັ້ນ​
ເປັນ​ເຕັກນິກ​ການ​ເຈລະຈາ, ທັງ​ນີ້, ທ່ານ​ນາງ ແພ​ທອງ​ທານ ຊິນນະ​ວັດ ຮຽກຮ້ອງ​ໃຫ້​ສານ​ລັດ​ຖະ​ທຳ​ມະນູນ​ໄທ ​ຈົ່ງ​ຄືນ​ຕຳແໜ່ງ​ນາຍົກລັດ
ຖະມົນຕີ​ໄທ​ຂອງ​ຕົນ.

     ທ່ານ​ນາງ ແພ​ທອງ​ທານ ຊິນນະ​ວັດ ຍັງ​ໄດ້​ອະທິບາຍ​ກ່ຽວ​ກັບ​ຄຳ​ເວົ້າ​ຂອງ​ຕົນ ​ໃນ​ການ​ສົນທະນາ​ທາງ​ໂທລະສັບ​ທີ່​ວ່າ “ ທ່ານ ​ຢາກ​ໄດ້​
ຫຍັງ​ສາມາດ​ແຈ້ງ​ໃຫ້​ຂ້າພະເຈົ້າ​ຊາບ​ໂດຍ​ກົງ, ຂ້າພະເຈົ້າ​ຈະ​ຈັດການ ” ນັ້ນ​ວ່າ ເປັນ​ເຕັກນິກ​ການ​ເຈລະຈາ​ແບບ “ ຖື​ເອົາ​ຜົນ​ປະໂຫຍດ​ເປັນ​
ທິດ​ທາງ ” ໂດຍ​ມີ​ຈຸດປະສົງ ​ເພື່ອ​ຊັກ​ຊວນ​ຝ່າຍ​ກົງກັນຂ້າມ​ສະເໜີ​ເງື່ອນໄຂ​ກ່ອນ ເພື່ອ​ສ້າງ​ເງື່ອນໄຂ​ໃຫ້​ແກ່​ການ​ເຈລະຈາ​ໃນຕໍ່ໜ້າ, ແຕ່​ຫາກ​
ບໍ່​ແມ່ນ​ການ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ຮັບ​ເອົາ​ຂໍ້​ຮຽກຮ້ອງ​ທັງ​ໝົດ​ຂອງ​ຝ່າຍ​ກົງກັນຂ້າມ.

     ນອກຈາກ​ນີ້, ທ່ານ ​ນາງ ແພ​ທອງ​ທານ ຊິນນະ​ວັດ ກ່າວ​ເນັ້ນ​ໜັກ​ວ່າ: ທຸກ​ເງື່ອນໄຂ​ທີ່ ​ກຳປູເຈຍ ​ສະເໜີ​ນັ້ນ, ຕົນ​ຈະ​ປຶກສາ​ຫາລື​ກັບ
​ພາກສ່ວນ​ຄວາມ​ໝັ້ນຄົງ​ຂອງ​ໄທ​ກ່ອນ, ຫາກ​ບໍ່​ໄດ້​ຮັບປາກ​ພຽງ​ລຳພັງ​ແຕ່​ຝ່າຍ​ດຽວ. ສື່​ມວນ​ຊົນ​ໄທ​ໄດ້​ລາຍ​ງານ​ ໂດຍ​ອ້າງ​ຕາມ​ຄຳ​ເວົ້າ​ຂອງ​
ບຸກຄົນ​ທີ່​ສະໜິດ​ກັບ ​ທ່ານ ​ນາງ ແພ​ທອງ​ທານ ຊິນນະ​ວັດ ວ່າ: ທ່ານ​ນາງ ແພ​ທອງ​ທານ ຊິນນະ​ວັດອາດ​ຈະ​ໄປ​ໃຫ້ການ​ຕໍ່​ສານ​ໃນ​ອາທິດ​ນີ້.

ແຫຼ່ງທີ່ມາ: ຂກທ
ວັນທີ 21/08/2025