ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບອິດ​ສະ​ຣາ​ແອນ ສືບຕໍ່​ບຸກ​ໂຈມ​ຕີ​ທາງ​ອາກາດ​ໃສ່ ລີ​ບັງ

     ​​ວັນ​ທີ 18 ມິຖຸນາ, ກອງທັບອິດ​ສະ​ຣາ​ແອນ ສືບຕໍ່​ບຸກ​ໂຈມ​ຕີ​ເຂົ້າ ລີ​ບັງ, ເຊິ່ງ​ການ​ໂຈມ​ຕີ ແລະ ການກະທຳ​ທາງ​ການ​ທະຫານ ອິດ​ສະ​ຣາ​ແອນ
ແມ່ນນອນ​ຢູ່​ໃນ​ຂໍ້​ຕົກລົງ​ສັນຕິພາບ ເຊິ່ງ​ອາ​ເມ​ຣິ​ກາ-ອີ​ຣານ ໄດ້​ລົງ​ນາມ​ຢ່າງ​ເປັນ​ທາງ​ການ.

     ເຊິ່ງການ​ກະທຳ​ໃນ​ຄັ້ງ​ນີ້ ອາດ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ເນື້ອ​ໃນ​ຂອງ​ຂໍ້ຕົກລົງດັ່ງກ່າວ. ສຳນັກ​ຂ່າວສານ​ແຫ່ງ​ລັດ ລີ​ບັງ (NNA) ລາຍງານວ່າ: ເຮືອ
ບິນ​ສູ້​ຮົບ ອິດ​ສະ​ຣາ​ແອນ ໄດ້​ຖີ້ມ​ລະເບີດ​ລົງ​ເຂດ​ຊານເມືອງ​ເທສະບານ​ກາ​ຟາ, ທາງ​ທິດໃຕ້ ລີ​ບັງ. ກອງທັບອິດ​ສະ​ຣາ​ແອນ ຍັງ​ບໍ່​ທັນ​ຍົກ​ອອກ​ຄຳ​ວິ
ຈານ​ທີ່​ກ່ຽວ ຂ້ອງ​ເທື່ອ. ການ​ບຸກ​ໂຈມ​ຕີ​ຄັ້ງ​ຫຼ້າ​ສຸດ​ຂອງ ອິດ​ສະ​ຣາ​ແອນ​ໃສ່ ລີ​ບັງ ໄດ້​ຮັບ​ການ​ລາຍ​ງານ​ໃນ​ສະພາບ​ການ​ທີ່ ອີ​ຣານ ສືບຕໍ່​ກ່າວ​ເຕືອນ
​ຈະ​ໂຕ້​ຕອບ​ການ​ກະ ທຳ​ເກາະ​ຜິດ​ຂອງ ອິດ​ສະ​ຣາ​ແອນ ຢູ່ ລີ​ບັງ, ບົນ​ພື້ນຖານ​ຖືວ່າ​​ແມ່ນ​ການ​ລະເມີດ​ຂໍ້​ຕົກລົງ​ຢຸດ​ຍິງ​ລະຫວ່າງ ອາ​ເມ​ຣິ​ກາ-ອີ​ຣານ.

     ພ້ອມ​ດຽວ​ກັນ​ນັ້ນ, ທ່ານ ໂດ​ນັນ ທຣຳ ປະທານາທິບໍດີ ອາ​ເມ​ຣິ​ກາ ກໍ​ສະແດງ​ຄວາມ​ບໍ່​ພໍໃຈ​ຕໍ່​ການ ເຄື່ອນໄຫວ​ສູ້​ຮົບ​ຂອງ ອິດ​ສະ​ຣາ​ແອນ ຢູ່
ລີ​ບັງ, ໂດຍ​ຖື​ວ່າ ນີ້​ແມ່ນ​ສິ່ງ​ທີ່​ຂັດກັບ​​ຂໍ້​ຕົກລົງ.

ແຫຼ່ງທີ່ມາ: ຂກທ
ວັນທີ 22/06/2026