ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສື່​ມວນ​ຊົນ​ຕ່າງປະເທດ ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ນະໂຍບາຍ​ຍົກເວັ້ນ​ວີ​ຊ່າ ຂອງ​ຈີນ

     ​ວັນ​ທີ 15 ກໍລະກົດ 2025, ​ທ່ານ​ນາງ ເໝົາ​ນີງ ໂຄສົກ​ກະຊວງ​ການ​ຕ່າງປະເທດ​ຈີນ ໄດ້​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ສື່​ມວນ​ຊົນ​ຕ່າງປະເທດ​ ຕີ​ລາ
ຄາ​ຢ່າງ​ຕັ້ງໜ້າ​ຕໍ່​ນະໂຍບາຍ​ຍົກເວັ້ນ​ວີ​ຊ່າ​ຂອງ ​ຈີນ ໃນ​ກອງປະຊຸມ​ຖະແຫຼງ​ຂ່າວ​ປົກກະຕິ ໃນ​ວັນ​ທີ 11 ກໍລະກົດ ຜ່ານ​ມາ, ໂດຍ​ກ່າວ​ວ່າ: ຈີນ ຈະ
​ບໍ່​ເລືອກ​ເອົາ​ການ​ຕັດ​ສາຍ​ພົວພັນ, ການ​ປິດ​ປະຕູ ແລະ ປັດ​ເຂ່ຍ​ປະເທດ​ອື່ນ. ທ່ານ​ນາງ ເໝົາ​ນີງ ກ່າວ​ຕື່ມ​ວ່າ, ຈີນ ໄດ້​ຍົກເວັ້ນ​ວີ​ຊ່າ​ແຕ່​ຝ່າຍ​ດຽວ​
ໃຫ້​ກັບ 47 ປະເທດ ແລະ ຍົກເວັ້ນ​ວີ​ຊ່າ​ຜ່ານ​ແດນ​ໃຫ້ 55 ປະເທດ, ໂດຍ ຈີນ ​ໄດ້​ປັບປຸງ​ຂັ້ນ​ຕອນ​ການ​ຂໍ​ວີ​ຊ່າ​ໃຫ້​ສະດວກ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ໃຫ້
ການ​ບໍລິການ​ເຂົ້າ​ເມືອງ “ແບບ​ຜ່ານ​ປະຕູ​ດຽວ” ແລະ ​ການ​ຂໍ​ຄືນ​ພາສີ “ແບບ​ຖອນ​ໄດ້​ໃນ​ເວລາ​ຊື້” ກ່ອນ​ເດີນທາງ​ອອກ​ເມືອງ. ຈີນ​ ຈະ​ສືບຕໍ່​ເພີ່ມ
​ທະວີ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ໃນ​ລະດັບ​ສູງ ດ້ວຍ​ການ​ກະທຳ​ຕົວ​ຈິງ, ແບ່ງປັນ​ໂອກາດ ແລະ ສ້າງ​ອະນາຄົດ​ຮ່ວມ​ກັບ​ປະເທດ​ຕ່າງໆ.

ແຫຼ່ງທີ່ມາ: ຂກທ
ວັນທີ 22/07/2025