ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາ​ເມ​ຣິ​ກາ ບໍ່​ຢືນຢັນ​ການ​ສົ່ງ ລູກ​ສອນ​ໄຟ​ນຳ​ວິຖີ Tomahawk ໃຫ້​ອູ​ແກຣນ

     ​ວັນ​ທີ 18 ຕຸລາ 2025 ປະທານາທິບໍດີ ອາ​ເມ​ຣິ​ກາ ແລະ ປະທານາທິບໍດີ ອູ​ແກຼນ ໄດ້​ດຳເນີນ​ການ​ເຈລະຈາ​ຢູ່​ທຳ​ນຽບ​ຂາວ, ນະຄອນ
ຫຼວງ​ວໍ​ຊິງ​ຕັນ ປະເທດ​ອາ​ເມ​ຣິ​ກາ ໃນ​ອາທິດ​ຜ່ານ​ມາ.

     ໃນ​ການ​ເຈລະຈາ, ປະທານາ ທິບໍດີ ອາ​ເມ​ຣິ​ກາ ສະແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ວິວັດ​ການ​ເຈລະຈາ​ສັນຕິພາບ​ຢູ່ ອູ​ແກຼນ ພວມ​ໄດ້​ດຳ ເນີນ​
ຢ່າງ​ຖືກ​ທິດ​ທາງ ແລະ ໂອກາດ​ເພື່ອ​ບັນລຸ​ໄດ້​ຂໍ້​ຕົກລົງ​ຢຸດຕິ​ການ​ປະ​ທະ​ກັນ​ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້​ສູງ. ເຖິງ​ຢ່າງໃດ​ກໍ​ຕາມ, ປະທານາທິບໍດີ
ອາ​ເມ​ຣິ​ກາ ບໍ່​ຢັ້ງຢືນ​ເຖິງ​ກໍລະນີ ອູ​ແກຼນ ອາດ​ຈະ​ຟື້ນ​ຟູ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ.

     ໃນ​ຂົງເຂດ​ປ້ອງ​ກັນ​ຊາດ, ປະທານາ ທິບໍດີ ອາ​ເມ​ຣິ​ກາ ໃຫ້​ຮູ້​ວ່າ: ອາ​ເມ​ຣິ​ກາ ຈະ​ພິຈາລະນາ​ຢ່າງ​ລະມັດ ລະວັງ​ຄວາມ​ສາມາດ​ສະໜອງ
​ລູກ​ສອນ​ໄຟ​ນຳ​ວິຖີ Tomahawk ໃຫ້​ແກ່​ອູ​ແກຼນ ແລະ ສະແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ຊອກ​ຫາ​ວິທີ​ການ​ດີ​ທີ່​ສຸດ ເຊິ່ງ​ບໍ່​ຕ້ອງ​ນຳ​ໃຊ້​ອາວຸດ
​ບຸກ​ໂຈມ​ຕີ​ຊະນິດ​ນີ້.

ແຫຼ່ງທີ່ມາ: ຂກທ
ວັນທີ 22/10/2025