ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປ ຈີນ-​ສສ ຫວຽດນາມ ຮັດ​ແໜ້ນ​ ສາຍ​​ພົວ​ພັນ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ

     ວິ​ທະຍຸ​ສາກົນ​ແຫ່ງ ​ສປ ຈີນ​ລາຍ​ງາຍ​ວັນ​ທີ 21 ເມສາ​ 2025 ນີ້​ວ່າ: ການ​ຖະແຫຼງ​ຂ່າວ ນັດສາມັນ ຂອງ​ກະຊວງ​ການ​ຕ່າງປະເທດ​ຈີນ
ກ່ຽວ​ກັບ ການຢ້ຽມຢາມ ທາງ​ລັດ​ຖະ​ກິດ​ຢູ່ ​ສສ ຫວຽດນາມ ຂອງທ່ານ ສີ ຈິ້ນ​ຜິງ ປະທານປະເທດ​ຈີນ ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ຫຼິນ​ຈຽນ
ໂຄສົກກະຊວງ​ການ​ຕ່າງປະເທດຈີນ ຊີ້​ແຈ້ງວ່າ: ການ​ຢ້ຽມຢາມ ໄດ້​ປະສົບ​ຜົນສຳເລັດ​ຢ່າງ​ຈົບງາມ, ເປີດ​ຄວາມ​ຫວັງ​ໃໝ່ ໃຫ້​ແກ່ການ​ສ້າງ​
ປະຊາ​ຄົມ ແບ່ງປັນ​ອະນາຄົດ ​ສປ ຈີນ-ສສ ຫວຽດນາມ ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ ແລະ ການພັດທະນາ ຂອງ​ພາລະກິດສັງຄົມ​ນິຍົມ
ຂອງ​ສອງ​ປະເທດ, ສົ່ງ​ພະລັງງານ ອັນ​ຕັ້ງໜ້າເຂົ້າ​ສູ່​ວັດທະນາ​ຖາວອນ ແລະ ສະຖຽນ​ລະ​ພາບ ຂອງ​ພາກ​ພື້ນ ແລະ ໂລກ ທັງ​ເປັນ​ການ​ຮັດ​
ແໜ້ນສາຍ​ພົວ ພັນການ​ຮ່ວມ​ມືຢ່າງ​ແໜ້ນ​ແຟ້ນ ລະຫວ່າງ ສອງ​ປະເທດ.

     ທ່ານ ຫຼິນ​ຈຽນ ຢັ້ງຢືນ​ວ່າ: ​ສປ ຈີນ ຈະ​ພ້ອມ​ກັບ ​ສສ ຫວຽດນາມ ປະຕິບັດບັນດາ​ຄວາມ​ຮັບ​ຮູ້​ລວມ​ສຳຄັນ ເຊິ່ງ​ການ​ນຳຂັ້ນ​ສູງ​ສອງ​ພັກ,
ສອງ​ລັດ ບັນລຸ​ໄດ້ ຢ່າງ​ເຂັ້ມ​ງວດ, ສືບ​ທອດ ການ​ພົວພັນ ມິດຕະພາບ ທີ່​ເປັນ​ມູນເຊື້ອ “ນ້ຳໃຈ​ທີ່​ ເຂັ້ມ​ຂຸ້ນ ລະຫວ່າງ ​ສສ ຫວຽດ ນາມ-​ສປ
ຈີນ, ທັງ​ເປັນ​ສະຫາຍ,  ທັງ​ເປັນ​ອ້າຍ​ນ້ອງ”, ຮັບປະກັນ ການ​ສ້າງ​ປະຊາ​ຄົມ ແບ່ງປັນ​ອະນາຄົດ ​ສປ ຈີນ-ສສ ຫວຽດນາມ ທີ່​ມີ​ຄວາມ​ໝາຍ
ຍຸດ​ທະ​ສາດ​ພັດທະນາຢ່າງ​ເປັນ​ປົກກະຕິ ແລະ ຍາວ​ນານ.

ແຫຼ່ງທີ່ມາ: ຂກທ
ວັນທີ 23/04/2025