
ອີຢູ ສະເໜີຫຼາຍຂໍ້ລິເລີ່ມເພື່ອຮັບມືກັບບັນດາສິ່ງທ້າທາຍໃໝ່
ວັນທີ 16 ກັນຍາ, ທ່ານນາງ ອຸຣຊູລາ ວອນ ເດີ ເລເຢນ ປະທານຄະນະກຳມະການ ເອີລົບ (EC) ໄດ້ສະເໜີຫຼາຍຂໍ້ລິເລີ່ມ ເພື່ອແນໃສ່ເພີ່ມ
ທະວີຄວາມສາມາດດ້ານຄວາມໝັ້ນຄົງ, ຄວບຄຸມຄວາມສ່ຽງຈາກປັນຍາປະດິດ (AI) ແລະ ປົກປ້ອງເດັກ ນ້ອຍທາງໄຊເບີ.
ກ່າວຄຳເຫັນຢູ່ລັດຖະສະພາ ເອີລົບ ທີ່ ສະຕຣາສບູກ (Strasbourg), ປະເທດຝຣັ່ງ, ທ່ານນາງ ວອນ ເດີ ເລເຢນ ຖືວ່າ ເອີລົບ ຕ້ອງການ
ກົນໄກທີ່ຄ້າຍຄືກັນກັບອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ເພື່ອສົມທົບກັນຮັບມືກັບບັນດາການແຊກແຊງດ້ວຍຍົນບິນບໍ່ມີຄົນຂັບ
(UAV), ການທຳລາຍ ແລະ ການໂຈມຕີທາງໄຊເບີ. ກ່ຽວກັບ AI, ປະທານ EC ໄດ້ຮຽກຮ້ອງໃຫ້ມີການຄວບຄຸມລະດັບການພັດທະນາຮູບ
ແບບ AI ທີ່ກ້າວໜ້າທີ່ສຸດ, ຍ້ອນວ່າຄວາມສາມາດທີ່ນັບມື້ນັບເພີ່ມຂຶ້ນສູງຢ່າງຕໍ່ເນື່ອງ ອາດຈະສ້າງຄວາມສ່ຽງທີ່ບໍ່ເຄີຍມີມາກ່ອນ.
ກ່ຽວກັບການອົບພະຍົບ, ປະທານ EC ໃຫ້ຮູ້ວ່າ EU ຈະສະເໜີກົນໄກການຮັບມືກັບສະພາບການສຸກເສີນ ເອີລົບ ເພື່ອຊ່ວຍບັນດາປະເທດ
ສະມາຊິກ ແກ້ໄຂບັນດາກະແສອົບພະຍົບທີ່ມີຂອບຂະໜາດໃຫຍ່. ກ່ຽວກັບການປົກປ້ອງເດັກ ນ້ອຍທາງໄຊເບີ, ທ່ານນາງ ວອນ ເດີ ເລເຢນ ໄດ້
ສະເໜີໃຫ້ຫ້າມ ເດັກນ້ອຍອາຍຸຕ່ຳກວ່າ 13 ປີນຳໃຊ້ສື່ສັງຄົມ, ໃນຂະນະທີ່ ເດັກ ນ້ອຍມີອາຍຸ 13 ຫາຕ່ຳກວ່າ 15 ປີຈະພຽງແຕ່ໄດ້ນຳໃຊ້ບັນດາບັນ
ຊີທີ່ຖືກຈຳກັດໂດຍພໍ່ແມ່ຂອງເຂົາເຈົ້າສ້າງ ແລະ ຕິດຕາມເທົ່ານັ້ນ.
ແຫຼ່ງທີ່ມາ: ຂກທ
ວັນທີ 23/09/2026