ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ ປະສົບ​ຜົນສຳເລັດ​ການ​ພັດທະນາ ຣາ​ດາ ກວານ​ຕຳ ຄັ້ງ​ທຳ​ອິດ​ຂອງ​ໂລກ

     ​ສຳນັກ​ຂ່າວ (SCMP) ລາຍ​ງານ​ໃນ​ກາງ​ເດືອນ ຕຸລາ ນີ້​ວ່າ: ຈີນ​ໄດ້​ເລີ່ມ​ຜະລິດ​ເຄື່ອງ​ກວດ​ຈັບ​ໂຟ​ຕອນ ເປັນ​ຈຳນວນ​ຫຼວງຫຼາຍ, ເຊິ່ງ
​ເປັນ​ສ່ວນ​ປະກອບ​ສຳຄັນ​ໃນ​ການ​ຜະລິດ ແລະ ພັດທະນາລະບົບ​ຣາ​ດາ ກວານ​ຕຳ (quantum radar) ທີ່​ໃຫ້​ສາຍາ​ວ່າ ມີ​ຄວາມ​ສາມາດ​ໃນ
​ການ​ກວດ​ຈັບ ຍົນ​ສູ້​ຮົບ ທີ່​ສາມາດ​ອຳ​ພາງ​ໂຕ​ໄດ້ ເປັນຕົ້ນ ຍົນ​ລຸ້ນ​ກ້າວໜ້າ​ທີ່​ສຸດ​ຄື F-22 Raptor ຂອງ​ສະຫະລັດ. ການເຄື່ອນໄຫວ​ດັ່ງ
ກ່າວ, ມີ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້ ພາຍຫຼັງ​ທີ່ ກອງທັບ​ສະຫະລັດ ອາ​ເມ​ຣິ​ກາ ໄດ້​ອະນຸມັດ​ໃຫ້​ກອງທັບ​ເຮືອສືບຕໍ່​ພັດທະນາ​ຍົນ​ສູ້​ຮົບ ລຸ້ນ​ທີ 6 ທີ່​
ມີ​ຄວາມ​ສາມາດ​ເພີ່ມ​ຂຶ້ນ. ເຈົ້າ​ໜ້າທີ່​ລະດັບ​ສູງ​ຂອງ​ຈີນ ໄດ້​ກ່າວ​ຕໍ່​ໜັງສືພິມ South China Morning Post (SCMP) ວ່າ: ອຸປະກອນ​
ດັ່ງກ່າວ (Photon Catcher) ເປັນ​ອຸປະກອນ​ກວດ​ຈັບ​ໂຟ​ຕອນ​ດ່ຽວ ທີ່​ມີ​ຄວາມ​ໄວ​ສູງ ຫຼື ເອີ້​ນວ່າ ຕົວ​ຈັບ​ໂຟ​ຕອນ ເຊິ່ງ​ເປັນ​ເຕັກ​ໂນ​ໂລ​ຊີ
ທີ່​ສາມາດ​ກວດ​ຈັບ​ອະນຸ​ພາບ​ແສງ​ໄດ້​ຢ່າງ​ແມ່ນ​ຍຳ​ທີ່​ສຸດ, ການ​ພັດທະນາ​ທາງ​ດ້ານ​ເຕັກ​ໂນ​ໂລ​ຊີ​ນີ້ ມີ​ປະສິດ​ຕິ​ພາບ​ໃນ​ການ​ໃຊ້​ງານ​ໄດ້​ຫຼາຍ
ຮູບ​ແບບ​ຕັ້ງແຕ່​ການ​ສື່ສານ ກວານ​ຕຳ ຈົນ​ເຖິງ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ທາງ​ອາກາດ. ນີ້​ເປັນ​ການ​ພັດທະນາ ແລະ ເປັນ​ເຄື່ອງ​ທຳ​ອິດ​ຂອງ​
ໂລກ, ຣາ​ດາ ກວານ​ຕຳ ໄດ້​ຖືກ​ສ້າງ​ຂຶ້ນ ແລະ ພັດທະນາ​ໂດຍ​ສູນ​ຄົ້ນ​ຄວ້​​າ​ວິສະວະກຳ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ ສານ ຄວານ​ຕຳ ໃນ​ແຂວງ ອານ
ຮຸຍ Anhui ​ສປ ຈີນ.

ແຫຼ່ງທີ່ມາ: ຂກທ
ວັນທີ 23/10/2025