ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການ​ພົບ​ປະ​ເຈລະຈາ​ລະຫວ່າງ​ອີ​ຣານ-ອາ​ເມ​ຣິ​ກາ​ ຮອບ​ທີ 3
ຈະ​ຈັດ​ຂຶ້ນ​ຢູ່​ໂອ​ມານ ​ໃນ​ວັນ​ທີ 26 ເມສາ​ ນີ້


ທ່ານ ອາບັສ ອາ​ຣາກ​ຊີ ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ​ອີ​ຣານ​

     ໃນ​ວັນ​ທີ 19 ເມສາ 2025 ນີ້, ພາຍຫຼັງ​ການ​ພົບ​ປະ​ເຈລະຈາ​ໂດຍ​ທາງ​ອ້ອມ​ລະຫວ່າງ​ອີ​ຣານ-ອາ​ເມ​ຣິກາ​ຮອບ​ທີ 2 ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ
ຫຼວງ​ໂຣມ​ປະເທດ​ອີ​ຕາ​ລີ​ ໃນ​ມື້​ດຽວ​ກັນ​ໄດ້​ສິ້ນ​ສຸດ​ລົງ, ທ່ານ ອາບັສ ອາ​ຣາກ​ຊີ ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ​ອີ​ຣານ​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ:
ການ​ພົບ​ປະ​ເຈລະຈາ​ໂດຍ​ທາງ​ອ້ອມ​ລະຫວ່າງ​ອີ​ຣານ-ອາ​ເມ​ຣິ​ກາ​ຮອບ​ຕໍ່​ໄປ​ຈະ​ຈັດ​ຂຶ້ນ​ຢູ່​ປະເທດ​ໂອ​ມານ​ໃນ​ວັນ​ທີ 26 ເມສາ ​ນີ້.

     ຕາມ​ຂ່າວ​ແຈ້ງ​ໃຫ້​ຮູ້​ວ່າ: ທ່ານ ອາບັສ ອາ​ຣາກ​ຊີ ໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ​ເຈລະຈາ​ຄັ້ງ​ນີ້ ແລະ ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ເນື້ອ
​ໃນ​ຂອງ​ການ​ພົບ​ປະ​ເຈລະຈາ​ວ່າ: ພວກ​ເຮົາ​ໄດ້​ບັນລຸ​ຄວາມ​ເຫັນ​ທີ່​ເປັນ​ເອກະ​ພາບ​ກັນ​ຢ່າງ​ຈະແຈ້ງ​ກວ່າ​ເກົ່າ​ກ່ຽວ​ກັບ​ບາງ​ຫຼັກການ ແລະ ເປົ້າ​
ໝາຍ​ຢ່າງ​ສຳເລັດ​ຜົນ, ພ້ອມ​ທັງ​ເຫັນ​ດີ​ດຳເນີນ​ການ​ເຈລະຈາ​ໃຫ້​ເຂົ້າ​ສູ່​ໄລຍະ​ຕໍ່​ໄປ. ນອກ​ນີ້, ທ່ານ ອາບັສ ອາ​ຣາກ​ຊີ ແຈ້ງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ:
ໂດຍ​ອີງ​ຕາມ​ຄວາມ​ຄືບ​ໜ້າ​ຂອງ​ການ​ເຈລະຈາ, ໜ່ວຍ​ງານ​ເຕັກນິກ​ຂອງ​ອີ​ຣານ-ອາ​ເມ​ຣິ​ກາ​ຈະ​ດຳເນີນ​ການ​ເຈລະຈາ​ລະດັບ​ຜູ້​ຊ່ຽວຊານ​ ໃນ​ວັນ​
ທີ 23 ເມສາ​ ນີ້ ເຊິ່ງ​ບັນດາ​ຜູ້​ຊ່ຽວຊານ​ຈະ​ລົງ​ເລິກ​ປຶກສາ​ຫາລື​ລາຍ​ລະອຽດ​ຕ່າງໆ ເພື່ອ​ວາງ​ແຜນ​ຂອບ​ສັນຍາ. ການ​ພົບ​ປະ​ເຈລະຈາ​ໂດຍ​ທາງ
​ອ້ອມ​ລະຫວ່າງ​ອີ​ຣານ-ອາ​ເມ​ຣິ​ກາ​ຮອບ​ທີ 3 ຈະ​ຈັດ​ຂຶ້ນ​ຢູ່​ໂອ​ມານ​ໃນ​ວັນ​ທີ 26 ເມສາ​ນີ້, ສອງ​ຝ່າຍ​ຈະ​ປະ​ເມີນ​ຜົນ​ການ​ດຳເນີນ​ງານ​ຂອງ​ຜູ້​
ຊ່ຽວຊານ ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ການ​ຕີ​ລາຄາ​ວ່າ​ຈະ​ສາມາດ​ບັນລຸ​ສັນຍາ​ໄດ້​ ຫຼື​ ບໍ່.

ແຫຼ່ງທີ່ມາ: ຂກທ
ວັນທີ 24/04/2025