ອາເມຣິກາ ກຽມປິດສະຖານທູດ ແລະ ກົງສຸນ ເກືອບ 30
ແຫ່ງທົ່ວໂລກ ເພື່ອຫຼຸດງົບປະມານຂອງລັດ
ທ່ານ ໂດນັນ ທຣຳ ປທານາທິບໍດີ ສະຫະລັດອາເມຣິກາ
ໃນວັນທີ 24 ເມສາ 2025 ນີ້, ລັດຖະບານສະຫະລັດອາເມຣິກາ ພາຍໃຕ້ການນຳຂອງປະທານາທິບໍດີ ໂດນັນ ທຣຳ ໄດ້ເປີດເຜີຍ
ເອກະສານ ກ່ຽວກັບແຜນການທີ່ກຳລັງພິຈາລະນາປິດສະຖານທູດ ແລະ ກົງສຸນ ໃນທົ່ວໂລກເກືອບ 30 ແຫ່ງ ໂດຍມີເປົ້າໝາຍເພື່ອຫຼຸດ
ງົບປະມານຂອງລັດ. ໃນລາຍລະອຽດຂອງເອກະສານດັ່ງກ່າວ ພົບຄຳແນະນຳໃຫ້ປິດສະຖານທູດ 10 ແຫ່ງ ແລະ ສະຖານກົງສຸນອີກ 17
ແຫ່ງ ເຊິ່ງສ່ວນໃຫຍ່ລ້ວນແຕ່ເປັນໜ່ວຍງານທີ່ຢູ່ໃນເອີຣົບ, ອາຟຣິກາ ລວມທັງອາຊີ ແລະ ຄາຣິບຽນ, ເຊິ່ງປະເທດທີ່ອາດຈະໄດ້ຮັບຜົນ
ກະທົບມີ ມອລຕາ, ລັກເຊມເບີກ, ເລໂຊໂທ ແລະ ຊູດານໃຕ້, ນອກຈາກນັ້ນຍັງມີກົງສຸນໃນ ຝຣັ່ງ 5 ແຫ່ງ, ເຢຍລະມັນ 2 ແຫ່ງ, ບົດ
ສະນີ ແຮກເຊ ເຮີເຊໂກວີນາ 2 ແຫ່ງ, ອັງກິດ 1 ແຫ່ງ, ອາຟຣິກາໃຕ້ 1 ແຫ່ງ ແລະ ສ ເກົາຫຼີ 1 ແຫ່ງ.
ແຜນການນີ້ເປັນສ່ວນໜຶ່ງໃນການຫລຸດງົບປະມານຂອງລັດຖະບານກາງ ແລະ ປັບປຸງນະໂຍບາຍຕ່າງປະເທດຂອງ ອາເມຣິກາ. ແນວ
ໃດກໍຕາມ ແຜນການນີ້ຍັງຢູ່ໃນຂັ້ນຕອນການພິຈາລະນາ ແລະ ຍັງບໍ່ມີການຢືນຢັນຢ່າງເປັນທາງການຈາກທຳນຽບຂາວ ຫຼື ກະຊວງການ
ຕ່າງປະເທດຂອງສະຫະລັດ. ທາງດ້ານໂຄສົກກະຊວງການຕ່າງປະເທດ ອາເມຣິກາ ອອກມາລະບຸວ່າ: ເອກະສານທີ່ຮົ່ວໄຫລ ອາດຍັງບໍ່ຊັດ
ເຈນ ແລະ ແນະນຳໃຫ້ສື່ມວນຊົນກວດສອບຂໍ້ເທັດຈິງກັບທຳນຽບຂາວໂດຍກົງ.
ແຫຼ່ງທີ່ມາ: ຂກທ
ວັນທີ 25/04/2025