ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການ​ເຈລະຈາ​ການ​ຄ້າ​ ລະຫວ່າງ ອິນ​ເດຍ-ອາ​ເມ​ຣິ​ກາ ຍັງ​ສືບຕໍ່​ດຳເນີນ​ຢູ່


ທ່ານ ຊູບ​ຣາ ​ມັນ​ຢາມ ໃຈ​ຊານ​ຄາ ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ

     ​ເມື່ອ​ປະ​ເຊີນ​ໜ້າ​ກັບ​ສະພາບ​ການ​ທີ່ ​ອາ​ເມ​ຣິ​ກາ ​ຂົ່ມຂູ່​ວ່າ​ຈະ​ເພີ່ມ​ການ​ເກັບ​ພາສີ​ລະດັບ​ສູງ​ຕື່ມ​ອີກ, ທ່ານ ຊູບ​ຣາ ​ມັນ​ຢາມ ໃຈ​ຊານ​ຄາ
ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ ອິນ​ເດຍ​ກ່າວ​ໃນ​ວັນ​ທີ 23 ສິງຫາ ຜ່ານ​ມາ​ວ່າ: ການ​ເຈລະຈາ​ການ​ຄ້າ​ລະຫວ່າງ ອິນ​ເດຍ ກັບ ອາ​ເມ​ຣິ​ກາ​
ຍັງ​ສືບຕໍ່​ດຳເນີນ​ຢູ່​ແຕ່​ຍັງ​ເສັ້ນ​ຕ້ອງ​ຫ້າມ​ຕ່ຳ​ສຸດ​ທີ່​ຕ້ອງ​ຍຶດ​ໝັ້ນ ແລະ ປົກ​ປັກ​ຮັກສາ​ໃນ​ການ​ເຈລະຈາ.

     ສື່​ມວນ​ຊົນ​ຫຼາຍ​ແຫ່ງ​ລາຍ​ງານ​ວ່າ: ຄະນະ​ຜູ້​ແທນ​ການ​ເຈລະຈາ​ດ້ານ​ການ​ຄ້າ​ຂອງ​ ອາ​ເມ​ຣິ​ກາ​ ໄດ້​ເປີດເຜີຍ​ແຜນການ​ຢ້ຽມຢາມ​ນະຄອນ
ຫຼວງ ​ນິວ​ແດນ​ລີ​ ທີ່​ກຳນົດ​ໄວ້​ລະຫວ່າງ​ວັນ​ທີ 25-29 ສິງຫາ​ນີ້. ຂ່າວສານ​ຣອຍ​ເຕີ​ຂອງ​ອັງກິດ​ວິເຄາະ​ໃຫ້​ເຫັນ​ວ່າ: ນີ້​ຈະ​ທຳລາຍ​ຄວາມ​ຫວັງ​ຕໍ່​
ອາ​ເມ​ຣິ​ກາ​ທີ່​ອາດ​ຈະ​ຫຼຸດ​ລະດັບ ຫຼື ເລື່ອນ​ເວລາ​ເກັບ​ພາສີ​ຕໍ່​ອິນ​ເດຍ​ຕື່ມ​ອີກ.

     ນອກ​ນີ້, ສື່​ມວນ​ຊົນ ​ຣັດ​ເຊຍ ​ລາຍ​ງານ​ວ່າ: ເອກ​ອັກ​ຄະ​ລັດ​ຖະ​ທູດ​ອິນ​ເດຍ​ປະ ຈຳ​ຣັດ​ເຊຍ​ ກ່າວ​ວ່າ ເຖິງ​ວ່າ​ປະ​ເຊີນ​ໜ້າ​ກັບ​ຄວາມ​ກົດ​ດັນ​
ຈາກ​ ອາ​ເມ​ຣິ​ກາ ແຕ່​ ອິນ​ເດຍ​ ຈະ​ສືບຕໍ່​ຈັດ​ຊື້​ນ້ຳມັນ​ເຊື້ອ​ໄຟ​ຈາກ​ ຣັດ​ເຊຍ​ຕໍ່​ໄປ.

ແຫຼ່ງທີ່ມາ: ຂກທ
ວັນທີ 27/08/2025