ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາ​ຊຽນ ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ຄົມມະນາຄົມ​ຂົນສົ່ງ


    ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຂົນສົ່ງ​ຂອງ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ຄັ້ງ​ທີ 28 ແລະ ບັນດາ​ກອງ​ປະຊຸມ ​ ທີ່​ກ່ຽວຂ້ອງ​ໄດ້​ຈັດ​ຂຶ້ນ ​ຢູ່​ເກາະບາ​ລີ ອິນ​ໂດ​ເນ​ເຊຍ ແຕ່​ວັນ​ທີ 15 -17 ຕຸລາ. ນອກຈາກ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ທີ່​ມາ​ຈາກ​ບັນດາ​ປະເທດ​ສະມາຊິກ ອາ ​ຊຽນ ຍັງ​ມີ​​ບັນດາ​ປະເທດ​ຄູ່​ຮ່ວມ​ມື​ຄື: ສ ເກົາຫຼີ, ຍີ່ປຸ່ນ ແລະ ສະຫະພາບ​ເອີ​ຣົບ.

     ກອງ​ປະຊຸມ​ເຈົ້າ​ໜ້າທີ່​ຂັ້ນ​ສູງ​ດ້ານ​ຄົມມະນາຄົມ​ຂົນສົ່ງອາຊຽນ ແລະ ບັນດາ​ກອງ​ປະຊຸມ​ກ່ຽວຂ້ອງ ໄດ້​ຍົກ​ຂໍ້​ສະເໜີ​ແນະ​ກ່ຽວ​ກັບ​ການ​ໃຫ້​ສັດຕະຍາບັນ​ ສັນຍາ​ບາງ​ສະບັບ ແລະ ສຳເລັດ​ການ​ເຈລະຈາ​ສັນຍາ ​ວ່າ​ດ້ວຍ​ການ​ຂົນສົ່ງ​ທາງ​ອາກາດ​ບໍ່​ຮອບດ້ານອາ​ຊຽນ-ສະຫະພາບ ​ເອີ​ຣົບ (EU). ສັນຍາ​ສະບັບ​ນີ້​ແມ່ນ ​ຂໍ້​ຕົກລົງ​ສະບັບ​ທຳ​ອິດ​ກ່ຽວກັບ​ຂົນສົ່ງ​ທາງ​ອາກາດ​ລະຫວ່າງ 2 ພາກ​ພື້ນ​ໃນ​ໂລກ.

     ບັນດາ​ຂໍ້​ສະເໜີ​ແນະ​ອື່ນໆລວມ​ມີ​ການ​ໃຫ້​ສັດຕະຍາບັນ​ຂໍ້​ຕົກລົງ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ດ້ານ​ການບິນ ແລະ ຊອກ​ຫາ​ກູ້​ໄພ​ກູ້​ຊີບ​ທາງ​ທະ ເລ​ ລະຫວ່າງ​ບັນດາ​ປະເທດ​ສະມາຊິກອາ​ຊຽນ; ປະຕິບັດ​ຂອບ​ເຂດ​ການເພີ່ມ​ທະວີ​ການ​ຈໍ​ລະ​ຈອນຕູ້ສິນຄ້າຢູ່ພາກພື້ນ. ຜ່ານ​ບັນດາ​ຂໍ້​ຕົກລົງ, ການ​ພົວພັນ ​ ຮ່ວມ​ມື​ໃນ​ຂົງເຂດ​ຄົມມະນາຄົມ​ຂົນສົ່ງ ​ລະຫວ່າງ​ບັນດາ​ປະເທດ​ສະມາຊິກອາ​ຊຽນ ແລະ ລະຫວ່າງອາ​ຊຽນ​ກັບ​ບັນດາ​ຄູ່​ເຈລະຈາ​ຈະ​ໄດ້​ຮັບ​ການ​ເພີ່ມ​ທະວີ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 20/10/2022