ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ປະຊຸມ​ພົບ​ປະ​ລະຫວ່າງ​ລັດຖະມົນຕີ​ຕ່າງປະເທດ ບຣິ​​ສ
ເນັ້ນ​ໜັກ​ການ​ຮ່ວມ​ມື​ປະເທດ​ເຂດ​ໂລກ​ໃຕ້


     ​ວັນ​ທີ 29 ເມສາ 2025 ກອງ​ປະຊຸມ​ພົບ​ປະ​ລະຫວ່າງ​ລັດຖະມົນຕີ​ຕ່າງປະເທດ​ບຣິສ໌ ດຳເນີນ​ເປັນ​ເວລາ 2 ວັນ ແລະ ໄດ້​ອັດ​ລົງ​ຢູ່​ນະ
ຄອນ​ຣີ​ໂອ​ເດີ​ຈາ​ເນ​ໂຣ​ ຂອງ​ບຣາ​ຊິນ​.

     ກອງ​ປະຊຸມ​ພົບ​ປະ​ລະຫວ່າງ​ ລັດຖະມົນຕີ​ຕ່າງປະເທດ​ບຣິ​​ສ ຄັ້ງ​ນີ້​ໄດ້​ອອກ​ຖະແຫຼງການ ໂດຍ​ກ່າວ​ຢ້ຳ​ວ່າ​ຈະ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ເພີ່ມ
​ທະວີ​ຂອບ​ການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ລະຫວ່າງ​ປະເທດ​ບຣິ​​ສ, ດຳເນີນ​ການ​ຮ່ວມ​ມື​ພາຍ​ໃຕ້ 3 ເສົາຄ້ຳ​ໃຫຍ່​ແຫ່ງ​ການ​ຮ່ວມ​ມື ຄື: ຄວາມ
​ໝັ້ນຄົງ​ດ້ານ​ນະໂຍບາຍ ເສດຖະກິດ-ການ​ເງິນ ແລະ ການ​ແລກປ່ຽນ​ດ້ານ​ວັດທະນະທຳ.

     ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ​ຂອງ​ບັນດາ​ປະເທດ​ບຣິ​​ສ​ໄດ້​ກ່າວ​ຢ້ຳ​ວ່າ​ຈະ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ຍຶດ​ໝັ້ນ​ປະຕິບັດ​ຕາມ​ຈິດໃຈ​ປະ
ເທດ​ບຣິ​​ສ, ເພີ່ມ​ທະວີ​ການ​ຮ່ວມ​ມື​ປະເທດ​ເຂດ​ໂລກ​ໃຕ້, ບັນລຸ​ການ​ບໍລິຫານ​ທີ່​ໂອບ​ເອື້ອ​ອາລີ ແລະ ແບບ​ຍືນ​ຍົງ​ກວ່າ​ເກົ່າ. ຖະແຫຼງການ​ໄດ້​
ສະແດງ​ຄວາມ​ຊົມເຊີຍ​ຕໍ່ ​ອິນ​ໂດ​ເນ​ເຊຍ ​ທີ່​ເຂົ້າ​ເປັນ​ປະເທດ​ສະມາຊິກ​ບຣິ​​ສ ພ້ອມ​ທັງ ຊົມເຊີຍ​ເບ​ຣາ​ລຸດ​ຊີ, ໂບ​ລີ​ວີ, ກາ​ຊັກ​ສະຖານ, ກູ​ບາ,
ນີ​ເຊຣີ, ມາ​ເລ​ເຊຍ, ໄທ, ອູ​ກັນ​ດາ ແລະ ອຸດ​ສະ​ເບ​ກິດ​ສະຖານ ໄດ້​ກາຍເປັນ​ປະເທດ​ຄູ່​ຮ່ວມ​ຂອງ​ບຣິ​​ສ ນັບ​ແຕ່​ວັນ​ທີ 1 ມັງກອນ​ປີ 2025
ເປັນຕົ້ນ​ໄປ.

ແຫຼ່ງທີ່ມາ: ຂກທ
ວັນທີ 05/05/2025