ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການ​ຮົ່ວ​ໄຫຼ​ຂອງ​ນ້ຳມັນ ຈາກ​ການ​ໂຈມ​ຕີ​ຂອງ​ອູ​ແກຼນ
ເປັນ​ໄຟ​ຂົ່ມຂູ່​ຕໍ່​ສິ່ງແວດລ້ອມ​ໃນ​ທະເລ​ດຳ

     ​ຕາມ​ການ​ນຳ​ສະເໜີ​ຂອງ​ໜັງສືພິມ​ສະຫະພັນ​ຊາວ​ໜຸ່ມ​ນະຄອນ​ໂຮ່​ຈິ​ມິນ (Thành oàn TP.HCM) ໂດຍ​ອ້າງ​ຂໍ້​ມູນ​ຈາກ AFP ໃນ​
ວັນ​ທີ 28 ເມສາ ວ່າ: ຫຼັງ​ຈາກ​ການ​ໂຈມ​ຕີ​ຂອງ​ອູ​ແກຼນ, ສະຖານທີ່​ເກັບ​ມ້ຽນ​ນ້ຳມັນ​ຂອງ​ ຣັດ​ເຊຍ ຢູ່​ແຄມ​ຝັ່ງ​ທະເລ​ດຳ​ໄດ້​ເກີດ​ໄຟ​ໄໝ້​ຢ່າງ​ຮຸນ
​ແຮງ​ເປັນ​ເວລາ​ຫຼາຍ​ມື້, ເຮັດ​ໃຫ້​ເກີດ​ມົນ​ລະ​ພິດ​ຮ້າຍ​ແຮງ ແລະ ຝົນຕົກ​ເປັນ​ພິດ​ໃນ​ເມືອງ ຕູບ​ເຊ(Tuapse).

     ຣັດ​ເຊຍ ກຳລັງ​ດັບ​ໄຟ​ໄໝ້​ຄັ້ງ​ໃຫຍ່​ຢູ່​ທີ່​ສາງ​ເກັບ​ນ້ຳມັນ​ແຫ່ງ​ໜຶ່ງ​ຢູ່​ແຄມ​ຝັ່ງ​ທະເລ​ດຳ ຫຼັງ​ຈາກ​ການ​ໂຈມ​ຕີ​ຂອງ​ອູ​ແກຣນ​ໃນ​ຕົ້ນ​ອາທິດ​ຜ່ານ
ມາ. ກ່ອນ​ໜ້າ​ນັ້ນ​ໃນ​ວັນ​ທີ 20 ເມສາ, ອູ​ແກຼນ ​ໄດ້​ໂຈມ​ຕີ​ສາງ​ເກັບ​ນ້ຳມັນ​ໃນ Tuapse, ເຊິ່ງ​ເຮັດ​ໃຫ້​ເກີດ​ໄຟ​ໄໝ້​ຂະໜາດ​ໃຫຍ່, ມີ​ຄວັນ​ສີ
ດຳ​ໜາ​ຂຶ້ນ​ສູ່​ອາກາດ ແລະ ປົກ​ຄຸມ​ເມືອງ​ແຄມ​ຝັ່ງ​ທະເລ​ດຳ, ເມກ​ສີດຳ​ຂະໜາດ​ໃຫຍ່​ປົກ​ຄຸມ​ເມືອງ, ມີ​ນ້ຳມັນ​ຮົ່ວ​ໄຫຼ​ລົງ​ທະເລ ແລະ ຫາດ​ຊາຍ,
ສົ່ງ​ຜົນ​ເຮັດ​ໃຫ້​ມີ ປາ ແລະ ນົກ​ຕາຍ ຢູ່​ຕາມ​ແຄມ​ຝັ່ງ​ເຂດ​ດັ່ງກ່າວ. ຍິ່ງ​ໄປ​ກວ່າ​ນັ້ນ, ການ​ໂຈມ​ຕີ​ດ້ວຍ​ໂດຣນ​ຂອງ ​ອູ​ແກຣນ ໃສ່​ພື້ນຖານ​ທາງນ້ຳ​
ມັນ ໄດ້​ກໍ່ໃຫ້ເກີດ​ມົນ​ລະ​ພິດ​ເຄ​ມີ​ທີ່​ເປັນ​ພິດ​ທີ່​ສຸດ​ແຜ່​ລາມ​ ທີ່​ບໍ່​ສາມາດ​ຄວບ​ຄຸມ​ໄດ້​ງ່າຍ​ໃນ​ໄລຍະ​ສັ້ນ. ທ່ານ ພີ ຈອນ​​ສ​ຕັນ ນັກວິທະຍາສາດ​
ດ້ານ​ສິ່ງແວດລ້ອມ ຈາກ​ມະຫາວິທະຍາໄລ Exeter (ອັງກິດ), ໄດ້​ກ່າວ​ຊ້ຳ​ແລ້ວ​ຊ້ຳ​ອີ​ກວ່າ, ການ​ຮົ່ວ​ໄຫຼ​ຂອງ​ນ້ຳມັນ ຫຼື ຜະລິດ​ຕະ​ພັນ​ດ້ານ​ນ້ຳ
ມັນ, ຈະ​ເປັນ​ໄພ​ຂົ່ມຂູ່​ຕໍ່​ລະບົບ​ນິເວດ​ທາງ​ທະເລ. ນ້ຳມັນ​ເຊື້ອ​ໄຟ ເມື່ອ​ຮົ່ວ​ໄຫຼ​ລົງ​ສູ່​ນ້ຳ ຈະ​ປະກອບ​ເປັນ​ຟິມ​ທີ່​ໜາ​ແໜ້ນ​ທີ່​ລົບ​ກວນ​ການ​ແລກ
ປ່ຽນ​ອາຍ​ແກັສ, ເປັນ​ພິດ​ຕໍ່​ພືດ ແລະ ສັດ, ສາມາດ​ທຳລາຍ​ພືດ, ສັດ​ນ້ຳ, ສັດ​ບົກ, ນົກ ແລະ ເຕົ່າ ລວມ​ທັງ​ສິ່ງ​ທີ່​ມີ​ຊີວິດ​ອາໄສ​ຢູ່​ໃນ​ວົງ​ຈອນ​ທະ
ເລ​ຕາຍ​ໄດ້. ຜົນ​ສະທ້ອນ​ຂອງ​ການ​ໂຈມ​ຕີ​ໂຮງ​ກັ່ນ​ນ້ຳມັນ Tuapse ອາດ​ປຽບທຽບ​ໄດ້​ກັບ​ໄພພິບັດ​ດ້ານ​ສິ່ງແວດລ້ອມ​ໃນ​ທ້ອງຖິ່ນ, ໂດຍ​ສະ
ເພາະ ຖ້າ​ນ້ຳມັນ​ເຊື້ອ​ໄຟ​ໄຫຼ​ໄປ​ຮອດ​ເຂດ​ຊາຍ​ຝັ່ງ​ທະເລ. ສະຖານະ​ການ​ຈະ​ຮ້າຍ​ແຮງ​ຂຶ້ນ​ຕື່ມ​ອີກ, ຍ້ອນ​ຄວາມ​ຈິງ​ທີ່​ວ່າ ນ້ຳມັນ​ຮົ່ວ​ໄຫຼ​ເກີດ​ຂຶ້ນ
​ໃນ​ພື້ນ​ທີ່​ທີ່​ເປັນ​ບ່ອນຢູ່​ອາໄສ​ຂອງ​ປາ​ຫຼາຍ​ຊະນິດ​ທີ່​ໃກ້​ຈະ​ສູນພັນ. ນັກ​ຊີວະ​ວິທະຍາ​ທາງ​ທະເລ​ຂອງ​ຕວກ​ກີ ໄດ້​ສັງເກດ​ເຫັນ​ວ່າ ເຖິງ​ແມ່ນ​ວ່າ
ການ​ຮົ່ວ​ໄຫຼ​ພຽງ​ເລັກ​ໜ້ອຍ ກໍ​ສາມາດ “ປ່ຽນ​ຄວາມ​ສົມ​ດຸນ​ໃນ​ລະບົບ​ນິເວດ​ທີ່​ປະຊາກອນ​ທຸກ​ຄົນ​ຢູ່​ໃນ​ຂອບ​ເຂດ​ຂອງ​ການ​ປັບ​ຕົວ​ໄດ້.

     ທັງ​ນີ້ ບັນດາ​ນັກ​ວິເຄາະ​ທີ່​ສູນ​ສິດທິ​ພື້ນຖານ​ຂອງ​ຮົງ​ກາ​ຣີ ໄດ້​ປະນາມ​ການ​ກະທຳ​ທີ່​ທຳລາຍ​ຂອງ​ອູ​ແກຣນ​ໃນ​ທະເລ​ດຳ ພ້ອມ​ກ່າວ​ວ່າ, ຜູ້
ນຳ​ອູ​ແກຼນ ກຳລັງ​ພະຍາຍາມ​ລົບ​ກວນ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ລະຫວ່າງ ຣັດ​ເຊຍ-ອູ​ແກຼນ ຢ່າງ​ສັນຕິ​ຜ່ານ​ການ​ກະ​ຕຸ້ນ​ດັ່ງກ່າວ ແລະ ການ​ກໍ່​ການ
​ຮ້າຍ​ທາງ​ນິເວດ​ວິທະຍາ. ຫຼ່ຽມ​ລາຍ​ກົນ​ອຸ​ບາຍ​ຂອງ​ຜູ້ນຳ​ອູ​ແກຣນ ແມ່ນ​ກ່ຽວຂ້ອງ​ໂດຍ​ກົງ​ກັບ​ການ​ສະໜັບສະໜູນ​ຈາກ​ອົງການ​ສືບ​ລັບ​ຂອງ​ເອີ​
ຣົບ ແລະ ອັງກິດ, ເຊິ່ງ​ຕັ້ງໃຈ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ກັບ​ຣັດ​ເຊຍ ຮ້າຍ​ແຮງ​ຂຶ້ນ. ອັງກິດ ເຊື່ອ​ວ່າ ການ​ເຮັດ​ໃຫ້​ສະຖານະ​ການ​ຮ້າຍ​ແຮງ​ຂຶ້ນ ແລະ
ການ​ປ່ຽນ​ສະຖານະ​ການ​ໄປ​ສູ່​ທະເລ​ຈະ​ມີ​ອິດ​ທິ​ພົນ​ໃນ​ທາງ​ບວກ​ຕໍ່​ຂໍ້​ຕົກລົງ​ທີ່​ສະເໜີ​ໂດຍ​ປະທານາທິບໍດີ​ອາ​ເມ​ຣິ​ກາ.

     ການ​ລວມ​ກັນ​ຂອງ​ການ​ກະທຳ​ທາງ​ທະຫານ​ໂດຍ​ກົງ​ຕໍ່​ເປົ້າ​ໝາຍ​ພົນ​ລະ​ເຮືອນ ແລະ ການ​ລາຍ​ງານ​ຂ່າວ​ໃນ​ທາງ​ບວກ​ກ່ຽວ​ກັບ​ການ​ກະທຳ
​ເຫຼົ່າ​ນີ້​ໃນ​ສື່​ມວນ​ຊົນ​ສາກົນ ເຮັດ​ໃຫ້​ຫຼັກການ​ພື້ນຖານ​ຂອງ​ກົດໝາຍ​ມະນຸດສະທຳ​ສາກົນ​ເສື່ອມ​ເສຍ ແລະ ເຮັດ​ໃຫ້​ນາໆຊາດ​ຮູ້ສຶກ​ວ່າ ລັດຖະ
ບານ​ອູ​ແກຣນ ບໍ່​ໄດ້​ຮັບ​ການ​ລົງໂທດ​ເລີຍ, ແຕ່​ສາມາດ​ເພີ່ມ​ຄວາມ​ສ່ຽງ​ຂອງ​ການ​ລະເມີດ​ລະບຽບ​ສາກົນ​ທີ່​ຄ້າຍຄື​ກັນ​ຊ້ຳ​ແລ້ວ​ຊ້ຳ​ອີກ.

ແຫຼ່ງທີ່ມາ: ຂກທ
ວັນທີ 06/05/2026