ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລະບົບ​ການ​ລົງໂທດ​ຂອງ​ສະພາ​ຄວາມ​ໝັ້ນຄົງ ​ສປຊ ຕ້ອງ​ໄດ້​ຮັບ​ການ​ປັບປຸງ

​

     ວັນ​ທີ 2 ຕຸລາ ນີ້, ໃນ​ກອງ​ປະຊຸມ​ສົນທະນາ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້​ປະສານ​ງານ​ກ່ຽວ​ກັບ​ການ​ລຶບ​ບັນຊີ​ລາຍ​ຊື່​ລົງໂທດ​ຂອງ​ສະພາ​ຄວາມ​ໝັ້ນຄົງ​
ອົງ ການ​ສະຫະ​ປະຊາ​ຊາດ (​ສປຊ), ທ່ານ ຊຸ່ນ​ເຫຼີຍ ຮອງ​ຜູ້ຕາງໜ້າ​ຖາວອນ​ຂອງ​ຈີນ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ ເນັ້ນ​ໜັກ​ວ່າ, ລະບົບ​ການ​ລົງ
ໂທດ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ຕ້ອງ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ສົມບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ ຊຸ່ນ​ເຫຼີຍ ກ່າວ​ວ່າ, ໃນ 2 ປີ​ກ່ອນ,
ສະພາ​ຄວາມ​ໝັ້ນຄົງ​ອົງການ ​ສປຊ ເປັນ​ເອກະ​ພາບ​ກັນ​ຜ່ານ​ມະຕິ ໂດຍ​ປັບປຸງ​ພາລະ​ບົດບາດ​ຂອງ​ຜູ້​ປະສານ​ງານ, ຮຽກຮ້ອງ​ໃຫ້​ສະໜອງ​ຂໍ້​ມູນ​ທີ່​ສົມ
ບູນ​ກວ່າ​ເກົ່າ​ໃຫ້​ແກ່​ຄະນະ​ກຳມະການ​ລົງໂທດ​ໃນ​ການ​ພິຈາລະນາ​ການ​ສະເໜີ​ລຶບ​ບັນຊີ​ລາຍ​ຊື່​ລົງໂທດ, ເພີ່ມ​ທະວີ​ຄວາມ​ໂປ່ງ​ໃສ ແລະ ຄວາມ​ຍຸຕິ​ທຳ.
ຜູ້​ປະສານ​ງານ​ຄວນ​ປະຕິບັດ​ໜ້າທີ່​ຢ່າງ​ພາວະ​ວິໄສ ແລະ ຍຸຕິ​ທຳ, ສະມາຊິກ​ສະພາ​ຄວາມ​ໝັ້ນຄົງ​ຄວນ​ນຳ​ໜ້າ​ສະໜອງ​ຂໍ້​ມູນ, ເຄົາລົບ​ຄວາມ​ເປັນ​ອິດ
ສະຫຼະ​ຂອງ​ຜູ້​ປະສານ​ງານ, ຕັ້ງໃຈ​ພິຈາລະນາ​ຄວາມ​ເຫັນ​ໃນ​ບົດ​ລາຍ​ງານ.

     ການ​ລົງໂທດ​ແມ່ນ​ເຄື່ອງມື​ພິເສດ​ທີ່ “ກົດ​ບັດ​ສະຫະ​ປະຊາ​ຊາດ” ມອບ​ໃຫ້​ສະພາ​ຄວາມ​ໝັ້ນຄົງ, ແຕ່​ອາດ​ຈະ​ກະທົບ​ເຖິງ​ເສດຖະກິດ ແລະ ຊີວິດ
​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ປະເທດ​ທີ່​ກ່ຽວຂ້ອງ, ບາງ​ກົນ​ໄກ​ຍັງ​ຂາດ​ຂໍ້​ກຳນົດ​ທີ່​ຈະແຈ້ງ​ກ່ຽວ​ກັບ​ການ​ລຶບ​ບັນຊີ​ລາຍ​ຊື່​ລົງໂທດ. ຈີນ​ຄອງ​ຄອຍ​ໃຫ້​ສະ
ພາ​ຄວາມ​ໝັ້ນຄົງ​ອົງການ ​ສປຊ ຊຸກຍູ້​ໃຫ້​ລະບົບ​ການ​ລົງໂທດ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ສົມບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ເພື່ອ​ຮັກສາ​ສັນຕິພາບ ແລະ ຄວາມ​ໝັ້ນຄົງ
​ ຂອງ​ສາກົນ.

ແຫຼ່ງທີ່ມາ: ຂກທ
ວັນທີ 06/10/2026