
ການພົວພັນ ຈີນ-ອາເມຣິກາ ໄດ້ຮັກສາຄວາມໝັ້ນທ່ຽງໂດຍລວມ
ໃນອາທິດທີ່ຜ່ານມາ, ທ່ານ ຫວາງຢີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ສົນທະນາທາງໂທລະສັບກັບທ່ານມາໂກ ຣູບິໂອ
ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ. ທ່ານ ຫວາງຢີ້ ກ່າວວ່າ: ພາຍໃຕ້ການນຳພາທາງຍຸດທະສາດຂອງ ທ່ານ ສີ ຈິ້ນຜິງ ປະ
ທານປະເທດຈີນ ແລະ ທ່ານ ໂດນັນ ທຣຳ ປະທານາທິບໍດີອາເມຣິກາ, ການພົວພັນ ຈີນ-ອາເມຣິກາ ໄດ້ຮັກສາຄວາມໝັ້ນທ່ຽງໂດຍລວມ
ເຊິ່ງສອດຄ່ອງກັບຜົນປະໂຫຍດພື້ນຖານຂອງປະຊາຊົນສອງປະເທດ ແລະ ສອດຄ່ອງກັບຄວາມມຸ່ງມາດປາຖະໜາໂດຍທົ່ວໄປຂອງປະຊາ
ຄົມໂລກ.
ສອງຝ່າຍຕ້ອງຮັກສາສະພາບຄວາມໝັ້ນທ່ຽງທີ່ໄດ້ມາຢ່າງຍາກລຳບາກໃຫ້ດີ, ກະກຽມການແລກປ່ຽນທີ່ສຳຄັນລະຫວ່າງການນຳຂັ້ນ
ສູງໃຫ້ດີ, ຄົ້ນຫາແນວທາງສ້າງການພົວພັນ ຈີນ-ອາເມຣິກາ ທີ່ມີລັກສະນະຍຸດທະສາດ, ມີລັກສະນະສ້າງສັນ ແລະ ມີຄວາມໝັ້ນທ່ຽງ.
ທ່ານ ຫວາງຢີ້ ເນັ້ນໜັກວ່າ: ບັນຫາໄຕ້ຫວັນກ່ຽວຂ້ອງກັບຜົນປະໂຫຍດແກນກາງຂອງຈີນ, ເປັນຈຸດສ່ຽງໃຫຍ່ທີ່ສຸດໃນການພົວພັນຈີນ-ອາ
ເມຣິກາ. ອາເມຣິກາຄວນປະຕິບັດຕາມຄຳໝັ້ນສັນຍາຂອງຕົນ, ເລືອກເຟັ້ນແນວທາງທີ່ຖືກຕ້ອງ, ເປີດພື້ນທີ່ໃໝ່ໃຫ້ແກ່ການຮ່ວມມືລະ
ຫວ່າງ ຈີນ-ອາເມຣິກາ ແລະ ສຸມຄວາມພະຍາຍາມຈົນສຸດຄວາມສາມາດເພື່ອສັນຕິພາບຂອງໂລກ. ທ່ານ ມາໂກ ຣູບິໂອ ກ່າວວ່າ: ການທູດ
ປະມຸກລັດເປັນແກນກາງຂອງການພົວພັນ ອາເມຣິກາ-ຈີນ.
ສອງຝ່າຍຈະຮັກສາການແລກປ່ຽນ ແລະ ການປະສານງານ, ເຄົາຮົບເຊິ່ງກັນແລະກັນ ແລະ ແກ້ໄຂຂໍ້ຂັດແຍ້ງຢ່າງສົມເຫດສົມຜົນ, ສະ
ສົມຜົນງານ ເພື່ອການແລກປ່ຽນກັນລະຫວ່າງການນຳຂັ້ນສູງ ອາເມຣິກາ-ຈີນ ແລະ ສະແຫວງຫາຄວາມໝັ້ນທ່ຽງດ້ານຍຸດທະສາດຂອງການ
ພົວພັນ ອາເມຣິກາ-ຈີນ. ສອງຝ່າຍຍັງໄດ້ແລກປ່ຽນຄວາມເຫັນກ່ຽວກັບສະຖານະການຢູ່ຕາເວັນອອກກາງ.
ແຫຼ່ງທີ່ມາ: ຂກທ
ວັນທີ 06/05/2026