
ຣັດເຊຍ ພ້ອມພົບປະເຈລະຈາ ກັບຝ່າຍອູແກຣນ ຢູ່ປະເທດທີ 3
ທ່ານ ວະລາດີເມຍ ປູຕິນ
ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ ຈັດຂຶ້ນໃນຕອນຄ່ຳວັນທີ 9 ພຶດສະພາ
ນີ້ວ່າ: ທ່ານ ໂຣເບີດ ຟິໂກ ນາຍົກລັດຖະມົນຕີ ສະໂລວາກີ ໄດ້ແຈ້ງໃຫ້ຊາບເຖິງຄວາມຫວັງຂອງທ່ານ ໂວໂລດີເມຍ ເຊເລນສະກີ ປະ
ທານາທິບໍດີອູແກຣນ ທີ່ຕ້ອງການພົບປະເຈລະຈາກັບຜູ້ນຳຣັດເຊຍ ໂດຍເຊິ່ງໜ້າ.
ທ່ານ ປູຕິນ ຢືນຢັນວ່າ: ຣັດເຊຍ ບໍ່ຄັດຄ້ານການພົບປະເຈລະຈາກັບທ່ານ ເຊເລນສະກີ, ຫາກທ່ານ ເຊເລນສະກີ ມີຄວາມຕ້ອງ
ການແມ່ນສາມາດເດີນທາງມານະຄອນຫຼວງມົດສະກູໄດ້, ພ້ອມນີ້, ຝ່າຍຣັດເຊຍ ພ້ອມພົບປະເຈລະຈາກັບຝ່າຍ ອູແກຣນ ຢູ່ປະເທດ
ທີ 3 ເຊັ່ນດຽວກັນ, ແຕ່ການພົບປະເຈລະຈາຄວນມີຂໍ້ສະຫຼຸບເພື່ອລົງນາມໃນສັນຍາໃນຂັ້ນຕອນສຸດທ້າຍ. ທ່ານ ປູຕິນ ກ່າວຕື່ມວ່າ:
ເຖິງວ່າອາເມຣິກາ ຫວັງຢາກຊຸກຍູ້ການປະທະກັນລະຫວ່າງ ຣັດເຊຍ-ອູແກຣນ ໃຫ້ໄດ້ຮັບການແກ້ໄຂກໍຕາມ, ແຕ່ເລື່ອງນີ້ເປັນເລື່ອງ
ລະຫວ່າງ ຣັດເຊຍ ກັບ ອູແກຣນ.
ຣັດເຊຍ ບໍ່ເຄີຍອັດປະຕູການເຈລະຈາກັບເອີຣົບ ມາໂດຍຕະຫຼອດ ແຕ່ເປັນຝ່າຍເອີຣົບເອງທີ່ປະຕິເສດ. ນອກນີ້, ທ່ານ ປູຕິນ ຊີ້
ອອກວ່າ: ທ່ານ ເກິຮາດ ສໂຣເຕີ ອະດີດນາຍົກລັດຖະມົນຕີເຢຍລະມັນ ເປັນບຸກຄົນທີ່ ເໝາະສົມທີ່ສຸດສຳລັບເປັນຄົນກາງໃນການເຈ
ລະຈາລະຫວ່າງ ຣັດເຊຍ-ເອີຣົບ.
ແຫຼ່ງທີ່ມາ: ຂກທ
ວັນທີ 12/05/2026