
ອາຊຽນ+3 ເຫັນດີເປັນເອກະພາບຮ່ວມມືກັນແກ້ໄຂ ແຫຼ່ງສະໜອງນ້ຳມັນດີບ
ສຳນັກຂ່າວ ຊິນຮວາ ລາຍງານວ່າ: ໃນຂອບຂອງກອງປະຊຸມ ບັນດາລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ
ຂອງ ອາຊຽນ + 3 ໄດ້ປືກສາຫາລືກ່ຽວກັບຄວາມເຄັງຕຶງເພີ່ມຂຶ້ນໃນການປະທະກັນຢູ່ ພາກພື້ນຕາເວັນອອກກາງ ທີ່ເຮັດໃຫ້ເພີ່ມບັນ
ດາຄວາມສ່ຽງຫຍໍ້ທໍ້ຕໍ່ແຫ່ງຫວັງຂອງພາກພື້ນຫຼາຍພໍສົມຄວນ. ໂດຍບັນດາລັດຖະມົນຕີການບັນດາປະເທດ ອາຊຽນ ພ້ອມກັບຍີ່ປຸ່ນ,
ຈີນ ແລະ ສ ເກົາຫຼີ (ອາຊຽນ+3)ສະແດງຄວາມວິຕົກກັງວົນຕໍ່ແຫຼ່ງສະໜອງນ້ຳມັນດີບໃນສະພາບການປະທະກັນຢູ່ພາກພື້ນຕາເວັນ
ອອກກາງ, ພ້ອມທັງເຫັນດີເປັນເອກະພາບສືບຕໍ່ຮ່ວມມືເພື່ອແກ້ໄຂບັນດາສິ່ງທ້າທາຍ, ໂດຍກອງປະຊຸມປະຈຳຂອງທະນາຄານພັດທະ
ນາອາຊີຢູ່ທີ່ປະເທດ ອຸດເບກິດສະຖານ, ບັນດາລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງຂອງ ອາຊຽນ + 3 ຍົກອອກ
ຢ່າງຈະແຈ້ງຄວາມເຄັງຕຶງເພີ່ມຂຶ້ນໃນການປະທະກັນຢູ່ ພາກພື້ນຕາເວັນອອກກາງ ໄດ້ເຮັດໃຫ້ເພີ່ມບັນດາຄວາມສ່ຽງຫຍໍ້ທໍ້ຕໍ່ແຫ່ງຫວັງ
ຂອງພາກພື້ນຫຼາຍພໍສົມຄວນ ຕ້ອງເອົາໃຈໃສ່ເຖິງບັນດາຄວາມສ່ຽງເກີດມາຈາກການເໜັງຕິງຫຼາຍເກີດໄປ ແລະ ບັນດາສິ່ງທ້າທາຍ
ສັບສົນໃນຕະຫຼາດການເງິນ ແລະ ພ້ອມທີ່ຈະຮັບມືກັບເງື່ອນໄຂພາຍໃນປະເທດ.
ແຫຼ່ງທີ່ມາ: ຂກທ
ວັນທີ 14/05/2026