ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະທານາທິບໍດີ ອາເມລິກາ ເຊັນ​ຕໍ່​ກຳນົດ​ເວລາ​ໂຈະ​ການ
ຈັດ​ວາງ​ອັດຕາ​ພາສີ​ສຳລັບ ຈີນ ຕື່ມ​ອີກ 90 ວັນ

     ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ລາຍ​ງານວັນ​ທີ 11 ສິງຫາ 2025, ທ່ານ  ໂດ​ນັນ ທຣຳ ປະທານາທິບໍດີ ສະຫະລັດອາເມຣິກາ ໄດ້​ເຊັນ​
ລັດ​ຖະ​ດຳລັດ​ວ່າ​ດ້ວຍ​ການ​ຕໍ່​ກຳນົດ​ເວລາ​ໂຈະ​ການ​ຈັດ​ວາງ​ອັດຕາ​ພາສີ​ສຳລັບ ຈີນ ຕື່ມ​ອີກ 90 ວັນ, ສະກັດ​ກັ້ນ​ສະພາບ​ພາສີ​ສິນຄ້າ​ສອງ​ຝ່າຍ
​ເພີ່ມ​ຂຶ້ນ​ສູງ ເມື່ອ​ບັນດາ​ບໍລິສັດ​ຂາຍຍ່ອຍ ອາເມຣິກາ ພວມ​ກະກຽມ​ສິນຄ້າ​ຮັບ​ໃຊ້​ໃຫ້ການ​ຊື້​ເຄື່ອງ​ຂອງ​ໃນ​ຍາມ​ທ້າຍ​ປີ.

     ຂໍ້​ຕົກລົງ​ໂຈະ​ການ​ຈັດ​ວາງ​ອັດຕາ​ພາສີ ໄດ້​ໝົດ​ຜົນ​ສັກສິດ​ໃນ​ເວລາ 00 ໂມງ 01 ນາທີ ຂອງ​ວັນ​ທີ 12 ສິງຫາ ຕາມ​ເວລາ​ເຂດ​ຕາ ເວັນ​
ອອກ ອາເມຣິກາ (ກົງ​ກັບ 11 ໂມງ 01 ນາທີ ຕາມ​ເວລາ ອາຊຽນ) ນັ້ນຈະ​ໄດ້​ຕໍ່​ເວລາ​ຮອດ​ກາງ​ເດືອນ​ພະຈິກ, ໂດຍ​ຮັກສາ​ອັດຕາ​ພາສີ​ຄື​ປັດຈຸ
ບັນ ແມ່ນ 30% ສຳລັບ​ສິນຄ້າ​ນຳ​ເຂົ້າ​ຈາກ ຈີນ ແລະ 10% ສຳລັບ​ສິນຄ້າ​ຂອງ ອາເມຣິກາ ທີ່​ນຳ​ເຂົ້າ ຈີນ, ແທນ​ທີ່​ຈະ​ເພີ່ມ​ຂຶ້ນ​ດ້ວຍ​ອັດຕາ
145% ແລະ 125% ຕາມ​ລຳດັບ. ທ່ານ ​ປະທານາທິບໍດີ ອາເມຣິກາ ກ່າວ​ວ່າ: ທ່ານ​ຢາກ​ຮັກສາ “ ສາຍ​ພົວພັນ​ທີ່​ດີ ” ກັບ ທ່ານ ສີ​ຈິ້ນ​ຜິງ
ປະທານ​ປະເທດ ຈີນ.

     ບັນດາ​ນັກ​ວິເຄາະ​ຖື​ວ່າ, ການ​ກະທຳ​ດັ່ງກ່າວ ບວກ​ກັບ​ປະຕິກິລິຍາ​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ຈຳນວນ​ໜຶ່ງ​ທີ່​ໄດ້​ດຳເນີນ​ຫວ່າງ​ມໍ່ໆມານີ້, ອາດ
​ຈະ​ເປີດ​ທາງ​ໃຫ້​ແກ່​ການ​ພົບ​ປະ​ລະຫວ່າງ ​ທ່ານ ໂດ​ນັນ ທຣຳ ກັບ​ ທ່ານ ສີ​ ຈີ້ນ​ຜິງ ໃນ​ລະດູ​ໃບ​ໄມ້​ຫຼົ່ນ​ນີ້.

ແຫຼ່ງທີ່ມາ: ຂກທ
ວັນທີ 14/08/2025