
ອີຣານ ປັບຂຶ້ນລາຄານ້ຳມັນແອັດຊັງ ສຳລັບຜູ້ໃຊ້ເກີນກຳນົດ
ສຳນັກຂ່າວ ຣອຍເຕີ ລາຍງານ ຈາກນະຄອນຫຼວງ ເຕເຮຣານ ປະເທດອີຣານ, ເມື່ອບໍ່ດົນມານີ້ ອີຣານ ໄດ້ປັບຂຶ້ນລາຄານ້ຳມັນແອັດຊັງ
(ເບນຊິນ) ສຳລັບຜູ້ຊື້ເກີນ 110 ລິດຕໍ່ເດືອນ ເລີ່ມແຕ່ວັນທີ 8 ກັນຍາ ເປັນຕົ້ນໄປ. ດ້ວຍຄວາມພະຍາຍາມຂອງລັດຖະບານ ອີຣານ ໃນການ
ຈັດການບັນຫາທີ່ເກີດຈາກສົງຄາມ ແລະ ມາດຕະການຂວ້ຳບາດ ທາງດ້ານເສດຖະກິດຂອງ ອາເມຣິກາ.
ທ່ານ ນາງ ຟາເຕເມກ ໂມຮາເຈຣານີ ໂຄສົກລັດຖະບານ ອີຣານ ກ່າວວ່າ: ລາຄານ້ຳມັນໃນໂຄຕ້າທຳອິດ ແລະ ໂຄຕ້າທີສອງ ເຊິ່ງລວມ
ເຖິງ 110 ລິດ ຈະສືບຕໍ່ບໍ່ມີການປ່ຽນແປງ ແຕ່ລາຄານ້ຳມັນໃນໂຄຕ້າ ທີສາມ ຈະເພີ່ມຂຶ້ນເປັນ 100.000 ຣຽວ (ສະກຸນເງິນອີຣານ) ຕໍ່ລິດ.
ການປັບລາຄາຂຶ້ນໃນຄັ້ງນີ້ ເປັນໜຶ່ງໃນລາຄາຕ່ຳທີ່ສຸດໃນໂລກ, ຜ່ານການປຶກສາຫາລືຂອງລັດຖະບານ ອີຣານ ແລະ ຖືກເລື່ອນອອກໄປ
ທ່າມກາງຄວາມກັງວົນວ່າ ອາດຈະເຮັດໃຫ້ເກີດການປະທ້ວງຄັ້ງໃໝ່ທີ່ ອີຣານ ເຄີຍປະສົບມາ ເມື່ອປີ 2019.
ແຫຼ່ງທີ່ມາ: ຂກທ
ວັນທີ 14/09/2026