ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທົ່ວ​ໂລກ ມີ​ຜູ້​ເສຍ​ຊີວິດ ຈາກ​ອາຫານ​ປົນ​ເປື້ອນ​ສານ​ເຄ​ມີ 1,5 ລ້ານ​ຄົນ​ຕໍ່​ປີ

     ​​ສໍານັກ​ຂ່າວ ຊິນ​ຮວາ ລາຍ​ງານ​ໃນ​ ວັນ​ທີ 10 ມິຖຸນາ ນີ້, ອົງການ​ອະນາໄມ​ໂລກ (WHO) ເປີດເຜີຍ​ວ່າ: ອາຫານ ທີ່​ບໍ່​ມີ​ຄວາມ​ປອດ
ໄພ ເປັນ​ສາເຫດ​ໃຫ້​ປະຊາກອນ​ທົ່ວ​ໂລກ​ເຈັບ​ປ່ວຍ​ປະມານ 866 ລ້ານ​ຄົນ ແລະ ເສຍ​ຊີວິດ​ສູງ​ເຖິງ 1,5 ລ້ານ​ຄົນ​ຕໍ່​ປີ, ໂດຍ​ສະເພາະ ກຸ່ມ​
ເດັກນ້ອຍ ທີ່​ມີ​ອາຍຸ ຕ່ຳ​ກວ່າ 5 ປີ ມີ​ຄວາມ​ສ່ຽງ​ທີ່​ຈະ​ປະ​ເຊີນ​ກັບ​ພະຍາດ​ທີ່​ເກີດ​ຈາກ​ອາຫານ (foodborne disease) ຫຼາຍ​ກວ່າ​ກຸ່ມ​
ເດັກນ້ອຍ​ທີ່​ມີ​ອາຍຸ 6 ປີ​ຂຶ້ນ​ໄປ ແລະ ຜູ້​ໃຫຍ່​ເກືອບ 3 ເທົ່າ.

     ເຖິງ​ແມ່ນ​ວ່າ ກຸ່ມ​ເດັກນ້ອຍ ຈະ​ມີ​ອັດຕາ​ສ່ວນ​ພຽງ 9% ຂອງ​ປະຊາກອນ​ໂລກ, ແຕ່​ຕ້ອງ​ປະ​ເຊີນ​ກັບ​ອາການ​ເຈັບ​ປ່ວຍ ທີ່​ເກີດ​ຈາກ​ອາ
ຫານ​ສູງ​ເຖິງ 1 ໃນ 3 ຂອງ​ຄົນ​ເຈັບ​ທັງ​ໝົດ, ໂດຍ​ສະເພາະ ພະຍາດ​ຖອກທ້ອງ​ຢ່າງ​ຮຸນ​ແຮງ. ນອກຈາກ​ນີ້ ການ​ໄດ້​ຮັບ​ສານ​ເຄ​ມີ​ອັນຕະລາຍ​
ທີ່​ປົນ​ເປື້ອນ​ໃນ​ອາຫານ ເຊັ່ນ: ສານ​ປຣອດ ສ່ວນ​ໃຫຍ່​ພົບ​ໃນ​ຈຳພວກ​ສານ ເມ​ທິ​​ລ​ເມີ​​ຣ​ຄີວ​ຣີ (Methylmercury) ແລະ ສານ​ຕະ​ກົ່ວ, ເຊິ່ງ
​ເປັນສານ​ໂລຫະ​ໜັກ ຈາກ​ໂຮງງານ​ອຸດສາຫະກຳ, ຈາກ​ກິດຈະການ​ຂຸດ​ຄົ້ນ​ແຮ່​ທາດ ໄຫຼ​ລົງ​ສູ່​ແຫຼ່ງ​ນ້ຳ, ຈາກ​ນັ້ນ ແບກ​ທີ​ເຣຍ​ໃນ​ນ້ຳ ຈະ​ປ່ຽນ
ແປງ​ມັນ​ໃຫ້​ກາຍເປັນ​ສານ ເມ​ທິ​​ລ​ເມີ​​ຣ​ຄີວ​ຣີ, ພາໃຫ້​ສັດ​ນ້ຳ​ປົນ​ເປື້ອນ ເມື່ອ​ຄົນ  ເຮົາ​ຮັບ​ປະທານ​ສັດ​ນ້ຳ, ອາກາດ​ທີ່​ປົນ​ເປື້ອນ​ສານ​ດັ່ງກ່າວ,
ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ພັດທະນາ​ການ​ທາງ​ສະໝອງ​ຂອງ​ເດັກ, ໝາກ​ໄຂ່ຫຼັງ ແລ້ວ​ກໍ່ໃຫ້ເກີດ​ບັນຫາ​ລະບົບ​ປະສາດ ທີ່​ຕິດ​ຕົວ​ໄປ​ຕະຫຼອດ​ຊີວິດ.

ແຫຼ່ງທີ່ມາ: ຂກທ
ວັນທີ 16/06/2026