
ທ່ານ ນາງ ສຸຊີລາ ກາກີ ໄດ້ຮັບແຕ່ງຕັ້ງເປັນນາຍົກລັດຖະມົນຕີສະເພາະກິດຂອງເນປານ

ທ່ານ ນາງ ສຸຊີລາ ກາກີ
ທ່ານ ນາງ ສຸຊີລາ ກາກີ ອະດີດ ປະທານສານດີກາຂອງ ເນປານ ເຂົ້າຮັບຕຳແໜ່ງນາຍົກ ລັດຖະມົນຕີສະເພາະກິດໃນວັນທີ 12 ກັນຍາ
ຜ່ານມາ, ຫຼັງຈາກ ນາຍົກລັດຖະມົນຕີ ທ່ານ ເຄ ພີ ສອນມະ ໂອລີ ລາອອກຈາກຕຳແໜ່ງໃນວັນທີ 9 ກັນຍາ ຜ່ານມາ.
ທ່ານ ນາງ ສຸຊີລາ ກາກີ ໄດ້ຮັບການແຕ່ງຕັ້ງ ໂດຍປະທານາ ທິບໍດີ ຣາມ ຈັນທຣາ ເປົາເດວ ແລະ ເຂົ້າພິທີສາບານຕົນຕໍ່ໜ້າປະທານາທິ
ບໍດີ ໂດຍມີຄະນະທູດຕ່າງປະເທດ ແລະ ຜູ້ແທນອື່ນໆເຂົ້າຮ່ວມ. ຕາມໜັງສືແຕ່ງຕັ້ງ, ທ່ານ ນາງ ສຸຊີລາ ກາກີ ຈະເບິ່ງແຍງທຸກ ກະຊວງດ້ວຍ
ຕົນເອງ ແລະ ລັດຖະບານສະເພາະກິດຂອງທ່ານມີໜ້າທີ່ຈັດການເລືອກຕັ້ງທົ່ວໄປພາຍໃນໄລຍະເວລາ 6 ເດືອນ. ຕໍ່ມາ, ທຳນຽບປະທານາທິ
ບໍດີອອກຖະແຫຼງການວ່າ: ສະພາຜູ້ແທນຣາຊະດອນ ຈະຖືກຍຸບນັບແຕ່ເວລາ 23:00 ໂມງ ຂອງຄືນວັນ 12 ກັນຍາ ຜ່ານມາ ຕາມເວລາທ້ອງ
ຖິ່ນ ແລະ ໄດ້ກຳນົດວັນເລືອກຕັ້ງທົ່ວໄປເປັນວັນທີ 5 ມີນາ 2026.
ບັນດາພັກການເມືອງຕົ້ນຕໍ ແລະ ກຸ່ມຜູ້ຊຸມນຸມທີ່ອອກມາປະທ້ວງໃນ ວັນທີ 8 ແລະ 9 ກັນຍາ ຜ່ານມາ, ໃນນະຄອນຫລວງກາດມານດຸ
ແລະ ພື້ນທີ່ອື່ນໆ ຂອງປະເທດ ສາມາດບັນລຸຂໍ້ຕົກລົງຮ່ວມກັນໄດ້ໃນວັນທີ 12 ກັນຍາ ຜ່ານມາ ສົ່ງຜົນເຮັດໃຫ້ ທ່ານ ນາງ ສຸຊີລາ ກາກີ ໄດ້ຮັບ
ການແຕ່ງຕັ້ງ. ທ່ານ ນາງ ສຸຊີລາ ກາກີ ອາຍຸ 73 ປີ ເປັນຜູ້ຍິງຄົນທຳອິດ ແລະ ຄົນດຽວໃນເນປານທີ່ເຄີຍດຳລົງຕຳແໜ່ງປະທານສານດີກາ.
ແຫຼ່ງທີ່ມາ: ຂກທ
ວັນທີ 17/09/2025