
ການນຳອິນເດຍ ແລະ ຈີນ ໃຫ້ຄຳໝັ້ນສັນຍາແກ້ໄຂບັນຫາເຂດຊາຍແດນ
ຕາມຂ່າວຫວຽດນາມ [VOVWORLD], ຈາກຖະແຫຼງການຂອງກະຊວງການຕ່າງປະເທດອິນເດຍ ຊີ້ອອກວ່າ: “ການນຳສອງທ່ານໄດ້ສະແດງ
ຄຳໝັ້ນສັນຍາ ກ່ຽວກັບມາດຕະ ການທີ່ມີຄວາມຍຸຕິທຳ, ເໝາະສົມ ແລະ ຕ່າງຝ່າຍຕ່າງມີຜົນ ປະໂຫຍດໃຫ້ແກ່ບັນຫາເຂດຊາຍແດນ”. ທີ່ການເຈລະຈາ
ຢູ່ນອກກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານເສດຖະກິດຫາກໍພົ້ນເດັ່ນຂຶ້ນ (BRICS) ຄັ້ງທີ 18, ຢູ່ນະຄອນຫຼວງ ນິວແດນລີ New Delhi ຂອງ
ອິນເດຍ, ວັນທີ 12 ກັນຍາ, ທ່ານນາຍົກລັດຖະມົນຕີ ອິນເດຍ ນາເຣນດຣາ ໂມດີ (Narendra Modi) ແລະ ທ່ານປະທານປະເທດຈີນ ສີຈິ້ນຜິງ
ໄດ້ເຫັນດີເປັນເອກະພາບແກ້ໄຂການຂັດແຍ້ງກັນເຂດຊາຍແດນ ລະຫວ່າງສອງປະເທດ.
ໃນຖະແຫຼງການຂອງກະ ຊວງການຕ່າງປະເທດອິນເດຍ ຊີ້ແຈ້ງວ່າ: “ການນຳສອງທ່ານໄດ້ສະແດງຄຳໝັ້ນສັນຍາ ກ່ຽວກັບມາດຕະການທີ່ມີຄວາມ
ຍຸຕິທຳ, ເໝາະສົມ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດໃຫ້ແກ່ບັນຫາເຂດຊາຍແດນ”. ໃນນັ້ນ ທ່ານ Narendra Modi ເນັ້ນໜັກວ່າ, ສອງຝ່າຍຕ້ອງ
ປະຕິບັດຕາມບັນດາຂໍ້ຕົກລົງ ແລະ ຄວາມເຂົ້າໃຈທີ່ມີຢູ່ແລ້ວ ກ່ຽວກັບບັນດາບັນຫາຊາຍແດນ ແລະ ໄດ້ນຳພາໂດຍບັນດາຫຼັກການຄືເຄົາລົບເຊິ່ງກັນ
ແລະ ກັນ ແລະ ຜົນປະໂຫຍດລວມທີ່ກ່ຽວກັບການພົວພັນດ້ານເສດຖະກິດ ແລະ ການຄ້າ, ກະຊວງດັ່ງກ່າວໃຫ້ຮູ້ວ່າ, ສອງຝ່າຍໄດ້ເນັ້ນໜັກຕ້ອງແກ້
ໄຂບັນດາຄວາມວິຕົກກັງວົນຂອງກັນ, ລວມມີການຂາດດູນການຄ້າ, ໂຄງປະກອບ ແລະ ບັນດາບັນຫາໃນລະບົບຕ່ອງໂສ້ສະໜອງ, ກໍຄື ສ້າງເງື່ອນໄຂ
ສະດວກໃຫ້ແກ່ການເຂົ້າເຖິງຕະຫຼາດທີ່ມີຄວາມໝາຍ ແລະ ເປັນປົກກະຕິ.
ແຫຼ່ງທີ່ມາ: ຂກທ
ວັນທີ 17/09/2026