
ກຳປູເຈຍ ສົ່ງສິນຄ້າອອກ ບັນລຸຫຼາຍກວ່າ 1 ໝື່ນລ້ານໂດລາ
ສຳນັກຂ່າວ ຊິນຮວາ ຂອງຈີນ ລາຍງານເມື່ອບໍ່ດົນມານີ້, ສຳນັກງານ ພາສີ-ອາກອນ ຂອງ ກຳປູເຈຍ ລາຍງານວ່າ: ມູນຄ່າການ
ສົ່ງອອກສິນຄ້າຂອງປະເທດນີ້, ໃນໄລຍະເດືອນມັງກອນ-ເດືອນເມສາ ປີ 2026 ບັນລຸ 1,11 ໝື່ນລ້ານໂດລາສະຫະລັດ, ເພີ່ມຂຶ້ນ
21,7% ເມື່ອທຽບປີຕໍ່ ປີ, ໂດຍຈຸດໝາຍການສົ່ງອອກ 5 ອັນດັບທຳອິດໄດ້ແກ່ ອາເມຣິກາ, ຫວຽດນາມ, ຍີ່ປຸ່ນ, ຈີນ ແລະ ການາ
ດາ. ສ່ວນມູນຄ່າການນຳເຂົ້າສິນຄ້າ ໃນໄລຍະ 4 ເດືອນດັ່ງກ່າວ ລວມມີ 1,22 ໝື່ນລ້ານໂດລາ, ເພີ່ມຂຶ້ນ 18,3% ເມື່ອທຽບປີ
ຕໍ່ປີ. ການເຕີບໂຕດັ່ງກ່າວ, ເປັນຜົນປະໂຫຍດມາຈາກຂໍ້ຕົກລົງການຮ່ວມມືດ້ານເສດຖະກິດລະດັບພາກພື້ນ (RCEP) ແລະ ກຸ່ມ
ຂໍ້ຕົກລົງການຄ້າເສລີທະວີພາຄີ ຂອງກຳປູເຈຍ ກັບ ຈີນ, ສ ເກົາຫຼີ ແລະ ສະຫະລັດ ອາຣັບ ເອເມເຣດ ເຊິ່ງໃຫ້ສິດທິພິເສດທາງດ້ານ
ພາສີ ໂດຍສະເພາະສິນຄ້າທີ່ຜະລິດຢູ່ປະເທດກຳປູເຈຍ.
ແຫຼ່ງທີ່ມາ: ຂກທ
ວັນທີ 18/05/2026