ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອານ​ບາ​ນີ ສ້າງ​ປະຫວັດສາດ​ແຕ່ງຕັ້ງ ລັດຖະມົນຕີ AI ຄົນ​ທຳ​ອິດ​ຂອງ​ໂລກ

     ​​ວັນ​ທີ 15 ກັນຍາ 2025 : ທ່ານ ເອ​ດີ ຣາ​ມາ ນາຍົກ ລັດຖະມົນ ຕີ​ຂອງ​ປະເທດ ອານ​ບາ​ນີ ໄດ້​ປະກາດ​ແຕ່ງຕັ້ງ “ ດິ​ເອ​ລາ ” (Diella)
ເຊິ່ງ​ເປັນ​ລັດຖະມົນຕີ​ທີ່​ສ້າງ​ຂຶ້ນ​ຈາກ​ປັນຍາ​ປະດິດ (AI) ເຂົ້າ​ຮ່ວມ​ຄະນະ​ລັດຖະມົນຕີ​ຢ່າງ​ເປັນ​ທາງ​ການ ໂດຍ ລັດຖະມົນຕີ AI ນີ້​ຈະ​ມີໜ້າ​
ທີ່​ຮັບຜິດຊອບ​ໃນ​ການ​ຄວບ​ຄຸມ ແລະ ອະນຸມັດ​ການ​ຈັດ​ຊື້​ຈັດ​ຈ້າງ​ທັງ​ໝົດ​ຂອງ​ລັດ.

     ທ່ານ ເອ​ດີ ຣາ​ມາ ເປີດເຜີຍ​ວ່າ: ການ​ແຕ່ງຕັ້ງ​ຄັ້ງ​ນີ້​ມີ​ເປົ້າ​ໝາຍ​ເພື່ອ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຫຼຸດຜ່ອນ​ການ​ຮັບ​ເງິນ​ສິນ​ບົນ, ການ​ແຊກ​
ແຊງ ແລະ ການ​ໃຊ້​ອຳນາດ​ໃນ​ຂັ້ນ​ຕອນ​ການ​ປະມູນ​ຂອງ​ລັດ, ພ້ອມ​ທັງ​ຕັ້ງ​ເປົ້າ​ໝາຍ​ໃຫ້ ອານ​ບາ​ນີ ເປັນ​ປະເທດ​ທີ່ “ ປອດ​ການ​ສໍ້​ລາດ​ບັງ​ຫຼວງ
100% ໃນ​ການ​ປະມູນ ”. “ ດິ​ເອ​ລາ ” ບໍ່​ແມ່ນ​ມະນຸດ​ແທ້, ແຕ່​ເປັນ “ ລັດຖະມົນຕີ​ທຽບ​ເທົ່າ ” ທີ່​ປະກົດ​ຢູ່​ໃນ​ໂລກ​ດິ​ຈິ​ຕ໊ອນ. ເຊິ່ງ​ກ່ອນ​ໜ້າ​ນີ້
ເຄີຍ​ຖືກ​ນຳ​ມາ​ໃຊ້​ເປັນ​ຜູ້​ຊ່ວຍ​ທຽບ​ເທົ່າ​ຢູ່​ເທິງ​ແພັດ​ຟອມ e-Albania ເພື່ອ​ຊ່ວຍ​ປະຊາຊົນ​ຍື່ນ​ເອກະສານ ແລະ ໃຊ້​ຕາ​ປະ​ທັບ​ເອ​ເລັກ​ໂຕຣ​ນິກ
ເພື່ອ​ຫລຸດ​ຂັ້ນ​ຕອນ​ທາງ​ການ.

     ຢ່າງໃດ​ກໍ​ຕາມ, ຍັງ​ມີ​ຄຳ​ຖາມ​ທີ່​ຕາມ​ມາ​ວ່າ AI ນີ້​ຈະ​ຖືກ​ຄວບ​ຄຸມ ແລະ ກວດ​ສອບ​ແນວໃດ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ແຊກ​ແຊງ​ຈາກ​
ມະນຸດ ຫຼື ຄວາມ​ຜິດພາດ​ຂອງ​ລະບົບ. ຂະນະ​ທີ່​ນັກ​ວິຈານ​ບາງ​ຄົນ​ເຫັນ​ວ່າ: ເຖິງ​ຈະ​ໃຊ້ Bot ແຕ່​ບັນຫາ​ການ​ສໍ້​ລາດ​ບັງ​ຫລວງ​ກໍ​ຍັງ​ສາມາດ​ເກີດ​
ຂຶ້ນ​ໄດ້, ພຽງ​ແຕ່​ເປັນ​ການ​ຍ້າຍ​ຄວາມ​ຮັບຜິດຊອບ​ໄປ​ໃຫ້ AI ແທນ​ເທົ່າ​ນັ້ນ.

ແຫຼ່ງທີ່ມາ: ຂກທ
ວັນທີ 19/09/2025