ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂລກ​ຍັງ​ຕ້ອງ​ອາໄສ​ການ​ລົງທຶນ​ເພີ່ມ​ໃນ​ຂະແໜງ​ນ້ຳມັນ

     ​ໜັງສືພິມ​ກອງທັບ ຫວຽດນາມ ລາຍ​ງານ​ໃນ ​ວັນ​ທີ 15 ຕຸລາ 2025 ວ່າ:  ທ່ານ ໄຮ​ແຣມ ອັນໄກ ເລຂາທິການ​ກຸ່ມ​ປະເທດ​ຜູ້​ສົ່ງ​
ອອກ​ນ້ຳມັນ (ໂອ​ເປັກ) ລະບຸ​ວ່າ: ໂລກ​ຍັງ​ຕ້ອງ​ອາໄສ​ການ​ລົງທຶນ​ເພີ່ມ​ໃນ​ຂະແໜງ​ນ້ຳມັນ ແລະ ແກັສ ເນື່ອງ​ຈາກ​ນ້ຳມັນ​ຍັງ​ມີ​ບົດບາດ​ສຳ
ຄັນ​ໃນ​ລະບົບ​ພະລັງງານ​ໂລກ ໂດຍ​ຄາດ​ວ່າ​ຈະ​ກວມ​ອັດຕາ​ປະມານ 30% ຂອງ​ພະລັງງານ​ທົ່ວ​ໂລກ​ໄປ​ຮອດ​ປີ 2050.

     ເລຂາທິການ​ກຸ່ມ​ປະເທດ​ຜູ້​ສົ່ງ​ອອກ​ນ້ຳມັນ ກ່າວ​ໃນ​ກອງ​ປະຊຸມ​ ອາທິດ​ພະລັງງານ​ຣັດ​ເຊຍ (Russian Energy Week) ຢູ່​ນະ
ຄອນຫຼວງ​ມົດ​ສະ​ກູ ວ່າ: ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ, ການ​ເພີ່ມ​ຂຶ້ນ​ຂອງ​ປະຊາກອນ ແລະ ຂະ​ບວນ​ການ​ຂະຫຍາຍເມືອງ​ທົ່ວ​ໂລກ
ລ້ວນ​ສະທ້ອນ​ວ່າ: ຄວາມ​ຕ້ອງການ​ພະລັງງານ​ຈະ​ຫລາຍ​ກວ່າ​ການ​ນຳ​ໃຊ້​ຢູ່​ໃນ​ປັດຈຸບັນ, ພ້ອມ​ປະເມີນ​ວ່າ: ຄວາມ​ຕ້ອງການ​ພະລັງງານ​ຂັ້ນ​
ຕົ້ນ​ທົ່ວ​ໂລກ​ຈະ​ເພີ່ມ​ຂຶ້ນ​ເຖິງ 23% ໃນ​ປີ 2050. ທ່ານ ກ່າວ​ອີ​ກວ່າ: ເຖິງ​ວ່າ​ສະຖານະ​ການ​ໂລກ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ປັ່ນ​ປ່ວນ, ແຕ່​
ໂອ​ເປັກ​ຍັງ​ຍືດ​ໝັ້ນ​ໃນ​ແນວທາງ​ການ​ວິເຄາະ​ຂໍ້​ມູນ​ຢ່າງຮອບດ້ານ ແລະ ມີ​ຄວາມ​ເປັນ​ມື​ອາຊີບ ເພື່ອ​ຕີ​ລາຄາ​ທ່າ​ອ່ຽງ​ຕະຫຼາດ​ຢ່າງ​ແນ່ນອນ.

     ທັງ​ນີ້, ການ​ຄາດ​ຄະເນ​ຂອງ​ໂອ​ເປັກ​ຢູ່​ໃນ​ລະດັບ​ສູງ​ກວ່າ​ຫຼາຍ​ໜ່ວຍ​ງານ​ເຊັ່ນ: ສຳນັກງານ​ພະລັງງານ​ສາກົນ (IEA) ເຊິ່ງ​ປະ​ເມີນ​ວ່າ:
ຄວາມ​ຕ້ອງການ​ນ້ຳມັນ​ທົ່ວ​ໂລກ​ຈະ​ເຖິງ​ຈຸດ​ສູງ​ສຸດ​ໃນ​ປີ 2029 ແລະ ອາດ​ເກີດ​ສະພາບ​ນ້ຳມັນ​ລົ້ນ​ຕະຫຼາດ​ສູງ​ເຖິງ 635,9 ລິດ​ຕໍ່​ວັນ​ພາຍ​
ໃນ​ປີ 2026. ຂະນະ​ດຽວ​ກັນ, ກຸ່ມ​ໂອ​ເປັກ​​ພລັສ (OPEC+) ລວມ​ທັງ​ຣັດ​ເຊຍ ແລະ ປະເທດ​ພັນທະ​ມິດ ໄດ້​ເພີ່ມ​ປະລິມານ​ນ້ຳມັນ​ໃນ​
ຕະຫຼາດ ຫຼັງ​ສະມາຊິກ​ບາງ​ປະເທດ​ຕັດສິນ​ໃຈ​ຫຼຸດ​ຂໍ້​ຈຳກັດ​ການ​ຜະລິດ​ໄວ​ກວ່າ​ກຳນົດ, ການ​ເພີ່ມ​ອຸປະທານ​ດັ່ງກ່າວ​ສ້າງ​ຄວາມ​ກັງວົນ​ວ່າ​
ອາດ​ນຳໄປ​ສູ່​ສະພາບ​ນ້ຳມັນ​ລົ້ນ​ຕະຫຼາດ ແລະ ສົ່ງ​ຜົນ​ກົດ ດັນ​ຕໍ່​ລາຄາ​ນ້ຳມັນ​ໃນ​ປີ​ນີ້.

ແຫຼ່ງທີ່ມາ: ຂກທ
ວັນທີ 20/10/2025