ອີຣານ ຈະບໍ່ຮັບເອົາການຂົ່ມຂູ່ ພຽງແຕ່ຈະສົນທະນາກັບອາເມຣິກາ
ບົນພື້ນຖານຄວາມສະເໝີພາບກັນ ເທົ່ານັ້ນ
ທ່ານ ມາຊູດ ເປເຊຊິກຽມ ປະທານາທິບໍດີ ອີຣານ
ໃນວັນທີ 21 ເມສາ 2025 ນີ້, ທ່ານ ມາຊູດ ເປເຊຊິກຽມ ປະທານາທິບໍດີ ອີຣານກ່າວວ່າ: ອີຣານຈະບໍ່ຮັບເອົາການຂົ່ມຂູ່ ແລະ ຄວາມ
ກົດດັນ, ພຽງແຕ່ຈະສົນທະນາກັບອາເມຣິກາບົນພື້ນຖານຄວາມສະເໝີພາບກັນເທົ່ານັ້ນ. ຖ້າວ່າອາເມຣິກາຫວັງຢາກເຈລະຈາກັບອີຣານ, ທ່າ
ທີຂົ່ມຂູ່ຂອງອາເມຣິກາທີ່ປະຕິບັດໃນກ່ອນໜ້ານີ້ແມ່ນບໍ່ມີຄວາມໝາຍໃດໆທັງສິ້ນ.
ພ້ອມດຽວກັນນັ້ນ, ທ່ານ ຮອສເຊນ ຊາລາມິ ຜູ້ບັນຊາການໃຫຍ່ກອງທັບປ້ອງກັນປະຕິວັດອິສລາມອີຣານກ່າວວ່າ: ອີຣານຈະບໍ່ກາຍເປັນ
ຜູ້ກໍ່ສົງຄາມຢ່າງເດັດຂາດ, ແຕ່ໄດ້ກຽມພ້ອມຢ່າງເຕັມທີ່ແລ້ວທີ່ຈະຮັບມືກັບສົງຄາມໃດໆ. ໃນເວລາໃຫ້ສຳພາດຕໍ່ສື່ມວນຊົນອາເມຣິກາກ່ອນ
ໜ້ານີ້, ທ່ານ ໂດນັນ ທຣຳ ປະທານາທິບໍດີອາເມຣິກາໄດ້ກ່າວວ່າ: ຖ້າວ່າບໍ່ສາມາດບັນລຸສັນຍາກັບອີຣານກ່ຽວກັບບັນຫານິວເຄຼຍ, ອາເມຣິກາ
ຈະຖິ້ມລູກລະເບີດໃສ່ອີຣານ.
ແຫຼ່ງທີ່ມາ: ຂກທ
ວັນທີ 21/04/2025