ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບົດ​ບັນທຶກ​ຄວາມ​ເຂົ້າໃຈ​ລະຫວ່າງ ​ອາ​ເມ​ຣິ​ກາ-ອີ​ຣານ​ ມີ​ຜົນ​ບັງຄັບ​ໃຊ້

     ​​ວັນ​ທີ 19 ມິຖຸນາ ​ນີ້, ອາ​ເມ​ຣິ​ກາ ແລະ ອີ​ຣານ​ ໄດ້​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ​ໂດຍ​ຜ່ານ​ຮູບ​ແບບ​ທາງໄກ. ເຈົ້າ​ໜ້າທີ່​ອາ​ເມ​ຣິ​ກາ ​ກ່າວ​ວ່າ:
ເອກະສານ​ດັ່ງກ່າວ​ລົງ​ນາມ​ໂດຍ ປະທານາທິບໍດີ​ ອາ​ເມ​ຣິ​ກາ ແລະ ອີຣານ ເລີ່ມ​ມີ​ຜົນ​ບັງຄັບ​ໃຊ້​ແລ້ວ.

     ທ່ານ ​ອິດ​ເມວ ບາ​ກາ​ອີ ໂຄສົກ​ກະຊວງ​ການ​ຕ່າງປະເທດ ​ອີ​ຣານ ​ກ່າວ​ວ່າ: ນັບ​ແຕ່​ບົດ​ບັນທຶກ​ຄວາມ​ເຂົ້າໃຈ​ເລີ່ມ​ມີ​ຜົນ​ບັງຄັບ​ໃຊ້, ຈະ​ດຳ
ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ນິວ​ເຄລຍ ແລະ ບັນຫາ​ການ​ລົງໂທດ ໃຫ້ສໍາເລັດພາຍ​ໃນ​ 60 ວັນ. ກ່ອນ​ການ​ລົງ​ນາມ​ຄັ້ງ​ນີ້, ອາ​ເມ​ຣິ​ກາ ແລະ
ອີ​ຣານ​ ໄດ້​ເຜີຍແຜ່​ເນື້ອ​ໃນ​ທາງ​ການ​ຂອງ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ​ລະຫວ່າງ​ສອງ​ຝ່າຍ, ກ່ຽວ​ກັບ​ບັນຫາ​ນິວ​ເຄລຍ​ຂອງ​ອີ​ຣານ ​ທີ່​ວົງ​ການ​ພາຍ​ນອກ
​ໃຫ້​ຄວາມ​ສົນໃຈ​ໂດຍ​ທົ່ວ​ໄປ​ນັ້ນ, ເນື້ອ​ໃນ​ເອກະສານ​ສະແດງ​ໃຫ້​ເຫັນ​ວ່າ: ຊ່ອງ​ແຄບ​ຮໍ​ມູ​​ສ​ໄດ້​ກັບ​ມາ​ເປີດ​ໃຫ້​ມີ​ການ​ເດີນ​ເຮືອ​ອີກ​ຄັ້ງ; ອີ​ຣານ​ ກ່າວ​
ຢ້ຳ​ວ່າ​ ຈະ​ບໍ່​ຄອບ​ຄອງ ຫຼື ບໍ່​ຄົ້ນຄວ້າ​ຜະລິດ​ອາວຸດ​ນິວ​ເຄລຍ, ສອງ​ຝ່າຍ​ເຫັນ​ດີ​ເຮັດ​ໃຫ້​ຄວາມ​ຂຸ້ນ​ຂອງ​ຢູ​ເຣ​ນຽມ ຂອງ​ອີ​ຣານ​ ຈາງ​ລົງ ພາຍ​ໃຕ້​ການ
​ຕິດຕາມ​ຂອງ​ອົງການ​ພະລັງງານ​ປະລະມານູ​ສາກົນ.

ແຫຼ່ງທີ່ມາ: ຂກທ
ວັນທີ 22/06/2026