ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປາ​ແລັດ​ສະ​ຕິນ ປະກາດ​ແຜນການ​ສ້າງ​ເຂດ ກາ​ຊາ ຄືນໃໝ່

     ​ວັນ​ທີ 19 ຕຸລາ ນີ້​ວ່າ 65 ຕື້ ໂດ​ລາ​ສະຫະລັດ ແມ່ນ​ງົບປະມານ​ທັງ​ໝົດ​ທີ່​ຕ້ອງການ​ ເພື່ອ​ສ້າງ​ເຂດ ກາ​ຊາ ​ຄືນໃໝ່. ນີ້​ແມ່ນ​ຕົວ​ເລກ
​ທີ່​ລະບຸ​ໃນ​ແຜນການ​ໂດຍ ​ທ່ານ ໂມ​ຮຳ​ເມັດ ມູ​ສະ​ຕາ​ຟາ ນາຍົກລັດຖະມົນຕີ ອຳນາດ​ການ​ປົກຄອງ ປາ​ແລັດ​ສະ​ຕິນ (PA) ໄດ້​ເປີດເຜີຍ​ໃນ
​ການ​ພົບ​ປະ​ກັບ​ເຈົ້າ​ໜ້າທີ່ ​ສປຊ ແລະ ວົງ​ການ​ຕາ​ນຸ​ທູດ​ຢູ່ ຣາ​ມານ​ລາ ໃນ​ວັນ​ທີ 16 ຕຸລາ ທີ່​ຜ່ານ​ມາ.

     ທ່ານ ມູ​ສະ​ຕາ​ຟາ ໃຫ້​ຮູ້​ວ່າ: ແຜນການ 5 ປີ ທີ່​ໄດ້​ຮັບ​ການ​ກໍ່ ສ້າງ​ຂຶ້ນ​ນັ້ນ ລວມ​ມີ 3 ໄລຍະ, ກວມ​ເອົາ 18 ຂົງເຂດ ນັບ​ແຕ່​ເຮືອນ​
ຢູ່​ອາໄສ, ການ​ສຶກ​ສາຕະຫຼອດ​ຮອດ​ການ​ຄຸ້ມ​ຄອງ​ບໍລິຫານ. ຕາມ​ນັ້ນແລ້ວ, ກາ​ຊາ ຈະ​ໄດ້​ຮັບ​ການ​ກໍ່ສ້າງ​ຄືນໃໝ່​ໃຫ້​ກາຍເປັນ “ເຂດ​ດິນ
ແດນ​ເປີດ​ກວ້າງ, ເຊື່ອມ​ຕໍ່ ແລະ ວັດທະນາ​ຖາວອນ​ຂອງ​ລັດ ປາ​ແລັດສະ​ຕິນ”. ແຜນການ​ສ້າງ​ເຂດ​ຄືນໃໝ່ ມຸ່ງ​ໄປ​ເຖິງ​ການ​ເປີດ​ທາງ​ໃຫ້​
ແກ່​ອຳນາດ​ການ​ປົກຄອງ ປາ​ແລັດ​ສະ​ຕິນ​ເອກະ​ພາບ, ປັບປຸງ​ຄວາມ​ເປັນ​ເອກະ​ພາບ​ດ້ານ​ການເມືອງ ແລະ ດິນແດນ​ລະຫວ່າງ ກາ​ຊາ ແລະ
ຝັ່ງ​ຕາເວັນຕົກ​ແມ່ນ້ຳ​ຊອກດານີ.

     ນີ້​ແມ່ນ​ການ​ກະທຳ​ທີ່​ໜ້າ​ສົນໃຈ ເມື່ອ PA ເສຍ​ບົດບາດ​ຄຸ້ມ​ຄອງ​ເຂດ ກາ​ຊາ ແຕ່​ປີ 2007, ພາຍຫຼັງ​ທີ່​ຂະ​ບວນ​ການ ຮາ​ມາດ​​ສ ຢຶດ
​ເອົາ​ສິດ​ຄວບ​ຄຸມ​ເຂດ​ດິນແດນ​ນີ້. ທ່ານ ມູສະຕາຟາ ຢັ້ງຢືນ​ວ່າ: PA ຈະ​ເຄື່ອນ​ໄຫວ​ຢູ່​ເຂດ ກາ​ຊາ ຄືນໃໝ່ ພາຍ​ໃນ​ເວລາ 12 ເດືອນ​.

ແຫຼ່ງທີ່ມາ: ຂກທ
ວັນທີ 22/10/2025